ຄວນປັບປຸງກົດໝາຍວ່າດ້ວຍສື່ມວນຊົນໃນປະຈຸບັນໂດຍໄວ

ຄວນປັບປຸງກົດໝາຍວ່າດ້ວຍສື່ມວນຊົນໃນປະຈຸບັນໂດຍໄວ - ảnh 1
​ ​ກອງ​ປະຊຸມ​ທາ​ບທາມ​ຄວາມ​ເຫ​ັນຂອງ​ນັກຊ່ຽວຊານ ກ່ຽວ​ກັບ​
ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ
(ພາບ: vietnamnet.vn)

(vovworld)- ​ ​ ​ກອງ​ປະຊຸມ​ທາ​ບທາມ​ຄວາມ​ເຫ​ັນຂອງ​ນັກຊ່ຽວຊານ ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ ​ໂດຍ​ກຳມາ​ທິການ​ວັດທະນະທຳ, ການສຶກສາ, ຊາວ​ໜຸ່ມ, ​ເຍົາວະ​ຊົນ ​ແລະ ອະນຸຊົນ​ຂອງ​ສະພາ​ແຫ່ງ​ຊາດ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 16/7 ຢູ່​ນະຄອນ​ໂຮ່ຈິ​ມິນ. ຜູ້​ແທນ​ທີ່ກອງ​ປະຊຸມສ່ວນ​ຫຼາຍໄດ້ຍົກ​ອອກ​ຄຳ​ເຫັນ​ວ່າ: ຄວນ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ​ໃນ​ປະຈຸ​ບັນ​ໂດຍ​ໄວ. ສາດສະດາຈານ ດ່າວຈ້ອງ​ທີ, ຫົວໜ້າ​ກຳມາ​ທິການ ວັດທະນະທຳ, ການສຶກສາ, ຊາວ​ໜຸ່ມ, ​ເຍົາວະ​ຊົນ ​ແລະ ອະນຸຊົນ​ຂອງ​ສະພາ​ແຫ່ງ​ຊາດ, ປະກອບ​ຄວາມ​ເຫັນ​ວ່າ:

    “​ເລື່ອງ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ​ແມ່ນ​ຮີບ​ດ່ວນ ​ເພາະວ່າພວກ​ເຮົາ​ຕ້ອງ​ຄຸ້ມ​ຄອງ​ອົງການສື່​ມວນ​ຊົນ​ດ້ວຍ​ກົດໝາຍ​ເກົ່າ​ຄື​ປະຈຸ​ບັນ​ມັນບໍ່​ເໝາະ​ສົມ​ກັບ​ເນື້ອ​ໃນ​ຈິດ​ໃຈ​ຂອງລັດຖະທຳ​ມະນູນ ກ່ຽວ​ກັບ​ສິດ​ເສລີ​ສື່​ມວນ​ຊົນ. ກົດໝາຍ​ໃນ​ປະຈຸ​ບັນ​ມີ​ບາງ​ບັນຫາ​ບໍ່​ທັນຈະ​ແຈ້ງ ​ແລະ ​ເມື່ອໝູນ​ໃຊ້​ໃນ​ພຶດຕິ​ກຳ​ຕົວ​ຈິງ​ການ​ເຄື່ອນ​ໄຫວບໍ່​ທັນດັດ​ປັບ​​ບັນດາ​ການ​ພົວພັນໄດ້.”

ຂ່າວ/ບົດ​ອື່ນ