ຄວາມ​ມຸ່ງ​​ຫ​ວັງສັນ​ຕິ​ພາບ​ຈາກ​ເຊີນໝີ

(VOVWORLD) -ທຸກໆປີ, ຮອດວັນທີ 16 ມີນາ, ຢູ່ເຂດພະຍານຫຼັກຖານເຊີນໝີ ໄດ້ດຳເນີນພິທີອາໄລຫາສາມັນຊົນທີ່ເສຍຊີວິດກ່ວາ 500 ຄົນ, ພ້ອມກັນພາວະນາໃຫ້ ໂລກມີສັນຕິພາບ, ບໍ່ມີສົງຄາມ
ຄວາມ​ມຸ່ງ​​ຫ​ວັງສັນ​ຕິ​ພາບ​ຈາກ​ເຊີນໝີ - ảnh 1ປະຊາຊົນ ເຊີນມີພາວະນາຂໍ້ໃຫ້ໂລກຈົ່ງມີຄວາມສັນຕິພາບ (ພາບ: VOV)

ວັນທີ 16 ມີນາ, ຄົບຮອບ 55 ປີແຫ່ງວັນບັນດາກົມກອງທະຫານບົກອາເມລິກາ ກໍ່ເຫດເຂັ່ນຂ້າທີ່ນອງເລືອດຢູ່ບ້ານອີລາຍ, ຂຶ້ນກັບຕາແສງເຊີນໝີ, ເມືອງເຊີນຕິ້ງ, ແຂວງ ກ໋ວາງຫງາຍ (ປັດຈຸບັນແມ່ນຕາແສງ ຕິງເຄ, ນະຄອນກ໋ວາງຫງາຍ). ເວລາຜ່ານໄປ, ເຊີນໝີ ໄດ້ຟື້ນຕົວຜ່ານແຕ່ລະວັນ, ປິດຄວາມເຈັບປວດໃນອະດີດຕະການ, ປະຊາຊົນເຊີນໝີມຸ່ງໄປເຖິງອະນາຄົດທີ່ສົດໃສກ່ວາ.

ເຫດເຂັ່ນຂ້າໃນວັນທີ 16 ມີນາ 1968 ໄດ້ເຮັດໃຫ້ສາມັນຊົນກ່ວາ 500 ຄົນເສຍຊີວິດ, ໃນນັ້ນສ່ວນຫຼາຍແມ່ນຜູ້ເຖົ້າຜູ້ແກ່, ແມ່ຍິງ ແລະ ເດັກນ້ອຍ. ວັນທີ 17 ກຸມພາໄລ່ຕາມຈັນທະປະຕິທິນຂອງທຸກປີ ໄດ້ກາຍເປັນວັນອາໄລຫາຜູ້ເສຍຊີວິດໃນເຫດເຂັ່ນຂ້າດັ່ງກ່າວຂອງປະຊາຊົນໝູ່ບ້ານ ເຊີນໝີ.

ທຸກໆປີ, ຮອດວັນທີ 16 ມີນາ, ຢູ່ເຂດພະຍານຫຼັກຖານເຊີນໝີ ໄດ້ດຳເນີນພິທີອາໄລຫາສາມັນຊົນທີ່ເສຍຊີວິດກ່ວາ 500 ຄົນ, ພ້ອມກັນພາວະນາໃຫ້ ໂລກມີສັນຕິພາບ, ບໍ່ມີສົງຄາມ. ທ່ານ ຫງວຽນຕຽນຢຸງ, ຫົວໜ້າພະແນກວັດທະນະທຳ - ກິລາ ແລະ ການທ່ອງທ່ຽວແຂວງ ກ໋ວາງຫງາຍໃຫ້ຮູ້ວ່າ:

        ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າສືບຕໍ່ສ້າງຈຸດຄວາມງາມຂອງທົ່ວເຂດຢູ່່ອ້ອມຂ້າງເຊີນໝີ, ເຫັນໄດ້ພາບຟື້ນຕົວຂອງປະຊາຊົນ ເຊີນໝີ. ພ້ອມກັນນັ້ນທັງ, ພວກຂ້າພະເຈົ້າກໍ່ຮັກສາບັນດາຄຸນຄ່າປະຫວັດສາດພິເສດທີ່ມີຢູ່ໃນປັດຈຸບັນຂອງເຊີນໝີ ແລະ ສ້າງຕັ້ງ, ປະດັບປະດາ, ນຳໃຊ້ເຕັກໂນໂລຢີເພື່ອໃຫ້ເຂດເຊີນໝີມີ ຊີວິດຊີວາກ່ວາອີກ. ຜ່ານນັ້ນ, ກໍ່ເວົ້າເຖິງຄວາມໝາຍຫຼາຍຢ່າງກ່ວາອີກກ່ຽວກັບການຄັດຄ້ານສົງຄາມ, ຕ້ານສົງຄາມ, ກໍ່ສ້າງສັນຕິພາບໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ