ຄວາມ​ເຄັ່ງ​ຕຶງທາງ​ການ​ທູດ ລະ​ຫວ່າງ ຝ​ລັ່ງ ແລະ ອາ​ເມ​ລິ​ກາຫຼຸດ​ລົງ​ພາຍ​ຫຼັງ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບລະ​ຫວ່າງ Biden-Macron

(VOVWORLD) -ປະທານາທິບໍດີ ສອງທ່ານ ໄດ້ເຫັນດີເປັນເອກະພາບຈະພົບປະກັນໃນທ້າຍເດືອນ ຕຸລາ ປີ 2021 ແລະ ໄດ້ຕັດສິນຈະສ້າງວິວັດທະນາການປຶກສາຫາລືຢ່າງເລິກເຊິ່ງກວ້າງຂວາງ ເພື່ອ ແນໃສ່ສ້າງບັນດາເງື່ອນໄຂ ຮັບປະກັນຄວາມໄວ້ເນື້ອເຊື່ອໃຈ ກໍ່ຄືວາງອອກບັນດາມາດຕະການລະອຽດ ພາຍຫຼັງບັນລຸໄດ້ເປົ້າໝາຍລວມ.
ຄວາມ​ເຄັ່ງ​ຕຶງທາງ​ການ​ທູດ ລະ​ຫວ່າງ ຝ​ລັ່ງ ແລະ ອາ​ເມ​ລິ​ກາຫຼຸດ​ລົງ​ພາຍ​ຫຼັງ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບລະ​ຫວ່າງ Biden-Macron  - ảnh 1ທ່ານ ປະທານາທິບໍດີ ອາເມລິກາ Joe Biden  ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macro (ພາບ: Reuters)

ຕອນບ່າຍວັນທີ 22 ກັນຍາ, ທຳນຽບປະທານາທິບໍດີ ຝລັ່ງ ໄດ້ອອກແຈ້ງການຮ່ວມກັບທຳນຽບຂ່າວ ໂດຍໃຫ້ຮູ້ວ່າ ສອງປະເທດ ຝລັ່ງ - ອາເມລິກາ ໃຫ້ຄຳໝັ້ນສັນຍາຈະສ້າງ ຄວາມໄວ້ເນື້ອເຊື່ອໃຈຄືນໃໝ່ ພາຍຫຼັງການໂອ້ລົມທາງໂທລະສັບ ລະຫວ່າງ ທ່ານປະທານາທິບໍດີ ຝລັ່ງ Emmanuel Macro ແລະ ທ່ານ ປະທານາທິບໍດີ ອາເມລິກາ Joe Biden ພ້ອມທັງທ່ານເອກອັກຄະລັດຖະທູດ ຝລັ່ງ ປະຈຳ ອາເມລິກາ ຈະກັບຄືນ ອາເມລິກາ ໃນອາທິດໜ້າ.

ໃນແຈ້ງການຂ່າວຮ່ວມ ໂດຍວັງ Elysées ກັບທຳນຽບຂາວ ຍົກອອກໃນຕອນບ່າຍວັນທີ 22 ກັນຍາ ພາຍຫຼັງການໂອ້ລົມທາງໂທລະສັບ ລະຫວ່າງ ທ່ານປະທານາທິບໍດີ Emmanuel Macron ແລະ ທ່ານປະທານາທິບໍດີ Joe Biden, ສອງປະເທດ ຝລັ່ງ - ອາເມລິກາ ຍອມຮັບວ່າ “ສະພາບການໃນປັດຈຸບັນ ອາດຈະຫຼີກລ້ຽງໄດ້ ຖ້າບັນດາການປຶກສາຫາລືຢ່າງເປີດເຜີຍລະຫວ່າງບັນດາສຳພັນທະມິດກ່ຽວກັບບັນຫາຍຸດທະສາດ ສຳລັບປະເທດຝລັ່ງ ແລະ ບັນດາຄູ່ຮ່ວມມືເອີລົບ ໄດ້ຮັບການປະຕິບັດ.”, ພ້ອມທັງໃຫ້ຮູ້ວ່າ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ໃຫ້ຄຳໝັ້ນສັນຍາ ຈະປະຕິບັດການປຶກສາຫາລືນີ້ ຢ່າງຍືນຍົງ.

ປະທານາທິບໍດີ ສອງທ່ານ ໄດ້ເຫັນດີເປັນເອກະພາບຈະພົບປະກັນໃນທ້າຍເດືອນ ຕຸລາ ປີ 2021 ແລະ ໄດ້ຕັດສິນຈະສ້າງວິວັດທະນາການປຶກສາຫາລືຢ່າງເລິກເຊິ່ງກວ້າງຂວາງ ເພື່ອ ແນໃສ່ສ້າງບັນດາເງື່ອນໄຂ ຮັບປະກັນຄວາມໄວ້ເນື້ອເຊື່ອໃຈ ກໍ່ຄືວາງອອກບັນດາມາດຕະການລະອຽດ ພາຍຫຼັງບັນລຸໄດ້ເປົ້າໝາຍລວມ.

ຕອບກັບ

ຂ່າວ/ບົດ​ອື່ນ