ຄະນະ​ກໍາມະການ​ແຫ່ງ​ລັດ ກ່ຽວກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​​ແຈ​້ງກ່ຽວກັບ ໝາກຜົນ​ຂອງ​ການ​​ເຄື່ອນ​ໄຫວ​ໃນ​ປີ 2019

(VOVWORLD) -   ປັດຈຸບັນ, ມີວິສາຫະກິດຂອງຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດປະມານ 3.000 ແຫ່ງ ພວມເຄື່ອນໄຫວລົງທຶນໃນທົ່ວປະເທດ. 
ຄະນະ​ກໍາມະການ​ແຫ່ງ​ລັດ ກ່ຽວກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​​ແຈ​້ງກ່ຽວກັບ ໝາກຜົນ​ຂອງ​ການ​​ເຄື່ອນ​ໄຫວ​ໃນ​ປີ 2019 - ảnh 1 ທ່ານເລືອງແທັງງິ ຮອງປະທານ ຄະນະກໍາມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເປັນປະທານການພົບປະກັບສື່ມວນຊົນ (ພາບ: hanoimoi.com.vn)

        ໃນປີ 2019, ການເຄື່ອນໄຫວຂອງໝູ່ຄະນະ, ສ່ວນບຸກຄົນ, ນັກຊ່ຽວຊານ, ປັນຍາຊົນ ແລະ ວິສາຫະກິດຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ສ້າງຜົນງານທີ່ມີຊື່ສຽງໃນປະຊາຄົມ; ປະກອບສ່ວນສໍາຄັນເຂົ້າໃນການເຊື່ອມຕໍ່ນັກທຸລະກິດ, ປັນຍາຊົນ, ນັກຊ່ຽວຊານຫວຽດນາມໃນທົ່ວໂລກ; ຊຸກຍູ້ການປະກອບສ່ວນຂອງຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ ເຂົ້າໃນການພັດທະນາວິທະຍາສາດເຕັກໂນໂລຢີ, ເສດຖະກິດ-ສັງຄົມຂອງປະເທດຊາດ. ນີ້ແມ່ນຂໍ້ສັງເກດຂອງທ່ານຮອງປະທານ ຄະນະກໍາມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເລືອງແທັງງິ ໃນລາຍການພົບປະກັບສື່ມວນຊົນ ແລະ ໃຫ້ແຈ້ງຂ່າວກ່ຽວກັບໝາກຜົນການເຄື່ອນໄຫວຂອງຄະນະກໍາມະການໃນປີ 2019; ບັນດາການເຄື່ອນໄຫວຕົ້ນຕໍໃນປີ 2020 ໂດຍຄະນະກໍາມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສ ຢູ່ ຕ່າງປະເທດ, ສັງກັດກະຊວງການຕ່າງປະເທດຫວຽດນາມ ຈັດຂຶ້ນໃນຕອນເຊົ້າວັນທີ 26 ທັນວາ ຢູ່ຮ່າໂນ້ຍ.

        ປັດຈຸບັນ, ມີວິສາຫະກິດຂອງຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດປະມານ 3.000 ແຫ່ງ ພວມເຄື່ອນໄຫວລົງທຶນໃນທົ່ວປະເທດ ດ້ວຍຈໍານວນທຶນປະກອບ ແລະ ທຶນຈົດທະບຽນ ແມ່ນ 4 ຕື້ USD ຢູ່ 52 ແຂວງ, ນະຄອນ. ບັນດາໂຄງການລົງທຶນຂອງຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ ສ່ວນຫຼາຍແມ່ນສຸມໃສ່ເຄື່ອນໄຫວໃນຂົງເຂດຜະລິດປຸງແຕ່ງສິນຄ້າສົ່ງອອກ, ການຄ້າ, ການບໍລິການ, ກໍ່ສ້າງ, ອະສັງຫາລິມະຊັບ, ປູກລ້ຽງ, ປຸງແຕ່ງສິນໃນນໍ້າ, ເຕັກໂນໂລຢີຊອັບແວ...

        ກ່ຽວກັບທິດທາງການເຄື່ອນໄຫວໃນປີ 2020 ນັ້ນ, ຄະນະກໍາມະການຈະສຶຶບຕໍ່ຍູ້ແຮງວຽກງານການປັບປຸງກຸ່ມກ້ອນມະຫາສາມັກຄີ, ເສີມຂະຫຍາຍແຫຼ່ງກໍາລັງຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ ໃນສະພາບການໃໝ່; ດຶງດູດບັນດາສ່ວນບຸກຄົນທີ່ເຄື່ອນໄຫວໃນຂົງເຂດວິທະຍາສາດ, ເຕັກໂນໂລຢີ; ຮັກສາການຈັດຕັ້ງບັນດາເຫດການປະຈໍາປີທີ່ມີຄວາມໝາຍ ສໍາລັບຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ; ໜູນຊ່ວຍການຮຽນ, ການສອນພາສາຫວຽດ; ໜູນຊ່ວຍບັນດາສະມາຄົມ, ກຸ່ມນັກທຸລະກິດ...

ຕອບກັບ

ຂ່າວ/ບົດ​ອື່ນ