ຄະນະກຳມະກາຊົນເຜົ່າແລະຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອສົມທົບວຽກງານປີ2014

ຄະນະກຳມະກາຊົນເຜົ່າແລະຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອສົມທົບວຽກງານປີ2014  - ảnh 1
(ພາບປະກອບ)

(vovworld) -   ຕອນ​ເຊົ້າ​ວັນ​ທີ 05/03, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະ​ກາ​ຊົນ​ເຜົ່າ ​ແລະ ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ​ການ​ປະຕິບັດ​ແຜນການ​ສົມທົບ​ວຽກ​ງານ​ປີ 2013, ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2014. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື ​ແລະ ​ເປັນ​ເອກະ​ພາບ​ນຳ​ກັນ​ກັບ​ບັນດາ​ເນື້ອ​ໃນ, ມາດ​ຕະການ​ປະຕິບັດແຜນການ​ສົມທົບການ​ເຄື່ອນ​ໄຫວ​ປີ 2014 ລະຫວ່າງ 2 ສຳນັກງານ. ​ເຊິ່ງຕາມ​ນັ້ນ​ແລ້ວ, ຄະນະ​ກຳມະການ​ຊົນ​ເຜົ່າ ​ແລະ ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ຈະ​ສົມທົບ​ກັບ​ຜັນ​ຂະຫຍາຍ​ລາຍການ​ເຄື່ອນ​ໄຫວ​ປະຕິບັດ​ຍຸດ​ທະ​ສາດ​ວຽກ​ງານ​ຊົນ​ເຜົ່າ​ຮອດ​ປີ 2020; ສ້າງ​ແຜນ​ຮ່າງ​ບັນດາ​ຮູບ​ແບບ​ພັດທະນາ​ເສດຖະກິດ, ສັງຄົ​ມຢູ່​ເຂດ ​ໄຕ​ບັ໋ກ, ​ເຂດໄຕ​ຫງວຽນ, ​ເຂດທາງທິດ​ຕາເວັນ​ຕົກ​ສ່ຽງ​ເໜືອ​ຫວຽດນາມ ຢ່າງ​ໝັ້ນ​ຄົງ, ​ເຂັ້ມ​ແຂງ. ຄະນະ​ກຳມະ​ກາ​ຊົນ​ເຜົ່າ ​ແລະ ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ກວດກາ, ຕີ​ລາຄາ​ບັນດາ​ນະ​ໂຍບາຍ​ທີ່​ປະຕິບັດ​ຢູ່​ເຂດ​ຊົນ​ເຜົ່າ ​ແລະ ​ເຂດ​ພູດ​ອຍ, ​ເປັນ​ພື້ນຖານ​ສ້າງ​ນະ​ໂຍບາຍພິເສດ​ສະ​ເພາະໜູນ​ຊ່ວຍ​ການ​ພັດທະນາ​ເສດຖະກິດ, ສັງຄົມ​ເຂດ​ຊົນ​ເຜົ່າ ​ແລະ ​ເຂດ​ພູດ​ອຍ​ໄລຍະ 2016 – 2020... ​ເພື່ອ​ປະຕິບັດ​ແຜນ​ຮ່າງ​ດັ່ງ​ກ່າວ, 2 ສຳນັກງານ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານກ່ຽວ​ກັບ​ວຽກ​ງານ​ຊົນ​ເຜົ່າ, ສາສະໜາ​ຂອງ​ບັນດາ​ທ້​ອງຖິ່ນ; ​ເປັນ​ເສນາ​ທິການ​ໃຫ້​ກົມ​ການ​ເມືອງ, ຄະນະ​ເລຂາສູນກາງພັກ, ລັດຖະບານ​ກ່ຽວ​ກັບ​ວຽກ​ງານ​ຊົນ​ເຜົ່າ. ​ໂດຍ​ສະ​ເພາະ​ແມ່ນ​ນະ​ໂຍບາຍ​ຮັບປະກັນ​ຄວາມ​ໝັ້ນຄົງ ​ແລະ ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​​ຢູ່​ເຂດ​ໄຕ​ຫງວຽນ ​ແລະ ​​ເຂດ​ໄຕ​ບັ໋ກ ​ໃນ​ປີ 2014.

ຂ່າວ/ບົດ​ອື່ນ