ຄະນະກຳມະການການຄ້າສາກົນຂອງ EP ຮັບຮອງເອົາຂໍ້ສະເໜີໃຫ້ສັດຕະຍາບັນ EVFTA ແລະ EVIPA

(VOVWORLD) -ວັນທີ 21 ມັງກນ, ຄະນະກຳມະການການຄ້າສາກົນ (INTA) ຂອງສະຫະພາບເອີລົບ (EP) ໄດ້ຮັບຮອງເອົາຂໍ້ສະເໜີໃຫ້ສັດຕະຍາບັນສັນຍາການຄ້າເສລີ (FTA) ແລະ ສັນຍາອາລັກຂາການລົງທຶນ (IPA) ຫວຽດນາມ - ສະຫະພາບເອີລົບ (ອີຢູ). 

ດ້ວຍບັດເຫັນດີ 29 ບັດ, INTA ໄດ້ເຫັນດີຮັບຮອງເອົາຂໍ້ສະເໜີໃຫ້ສັດຕະຍາບັນສັນຍາການຄ້າເສລີອີຢູ - ຫວຽດນາມ (EVFTA). ໃນຂະນະນັ້ນ, INTA ກໍ່ຮັບຮອງເອົາສັນຍາອາລັກຂາການລົງທຶນອີຢູ - ຫວຽດນາມ (EVIPA) ດ້ວຍບັດເຫັນດີ 26 ບັດ.

ຄາດວ່າ, ກອງປະຊຸມຄົບຄະນະຂອງ EP ຈະຈັດການປ່ອນບັດກ່ຽວກັບສັນຍາ 2 ສະບັບດັ່ງກ່າວໃນກາງເດືອນ ກຸມພາ ຈະມາເຖິງ. ຖ້າຫາກ EP ໃຫ້ສັດຕະຍາບັນ, EVFTA ຈະເລີ່ມມີຜົນສັກສິດພາຍຫຼັງ 1 ເດືອນທີ່ 2 ຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບຂັ້ນຕອນລະບຽບການນິຕິກຳທີ່ໄດ້ສິ້ນສຸດລົງ. ໃນຄະນະນັ້ນ, EVIPA ຍັງຕ້ອງໄດ້ ຮັບການຮັບຮອງເອົາຈາກລັດຖະສະພາຂອງບັນດາປະເທດສະມາຊິກອີຢູ. ວິວັດການດັ່ງກ່າວອາດຈະແກ່ຍາວເປັນເວລາ 2-3 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ