ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ກວດກາວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຢູ່ແຂວງລາຍເຈົາ

(VOVWORLD) -ວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026 ຢູ່ເມືອງໄດ້ຮັບການຜັນຂະຫຍາຍຖືກຕ້ອງຕາມຂໍ້ກຳນົດ, ຮັບປະກັນຄວາມຄືບໜ້າ.
ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ກວດກາວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຢູ່ແຂວງລາຍເຈົາ - ảnh 1ທ່ານນາງ ເຈືອງທິງອັກແອ໊ງ ເຮັດວຽກຢູ່ແຂວງ ລາຍເຈົາ
(ພາບ: laichau.gov.vn)

ວັນທີ 20 ມີນາ, ຄະນະກວດກາ, ຕິດຕາມກວດກາວຽກງານເລືອກຕັ້ງຂອງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດຍທ່ານນາງ ເຈືອງທິງອັກແອ໊ງ, ຮອງປະທານເປັນຫົວໜ້າຄະນະໄດ້ລົງຕິດຕາມ, ກວດກາວຽກງານກະກຽມສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນຢູ່ເມືອງ ຕາມເດື່ອງ, ແຂວງ ລາຍເຈົາ.

ລາຍງານຕໍ່ຄະນະປະຕິບັດງານ, ຜູ້ຕາງໜ້າຄະນະກຳມະການເລືອກຕັ້ງເມືອງ ຕາມເດື່ອງ ໃຫ້ຮູ້ວ່າ, ວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026 ຢູ່ເມືອງໄດ້ຮັບການຜັນຂະຫຍາຍຖືກຕ້ອງຕາມຂໍ້ກຳນົດ, ຮັບປະກັນຄວາມຄືບໜ້າ.

ທ່ານນາງ ເຈືອງທິງອັກແອ໊ງ ໄດ້ຕັດເຕືອນ ເມືອງ ຕາມເດື່ອງ ຈົ່ງເພີ່ມທະວີບັນດາມາດຕະການໂຄສະນາຢ່າງມີປະສິດທິຜົນ, ເສີມຂະຫຍາຍບົດບາດຂອງຜູ້ທີ່ມີອິດທິພົນຊື່ສຽງ, ເຈົ້າກົກເຂົ້າເຫຼົ່າ ນາຍບ້ານໃນວຽກງານໂຄສະນາໃຫ້ແກ່ການເລືອກຕັ້ງ. ສືບຕໍ່ກວດກາບັນຊີລາຍຊື່ຜູ້ມີສິດເລືອກຕັ້ງຢູ່ສະຖານທີ່ບ່ອນປັດ; ຂຶ້ນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ; ປະຕິບັດວຽກງານຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນແຂວງ, ແກ້ໄຂບັນດາບັນຫາເກີດຂຶ້ນຢູ່ຂັ້ນຮາກຖານໃຫ້ເປັນຢ່າງດີທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ