ຄະນະກຳມະການອາຊຽນປະຈຳ Pretoria ຕີລາຄາສູງການປະກອບສ່ວນຂອງຫວຽດນາມໃນຖານະຕຳແໜ່ງເປັນປະທານອາຊຽນ

(VOVWORLD) -ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກຂອງສະພາບການຢູ່ປະເທດປະຈຳຖິ່ນ, ສະຖານທູດຫວຽດນາມ ປະຈຳອາຟະລິກາໃຕ້ ໄດ້ປະຕິບັດບົດບາດເປັນປະທານອາຊຽນ ປະຈຳ Pretoria (APC) ປີ 2020 ສຳເລັດຜົນ
ຄະນະກຳມະການອາຊຽນປະຈຳ Pretoria ຕີລາຄາສູງການປະກອບສ່ວນຂອງຫວຽດນາມໃນຖານະຕຳແໜ່ງເປັນປະທານອາຊຽນ - ảnh 1ພິທີີມອບ-ຮັບບົດບາດປະທານ APC
(ພາບ:baoquocte.vn)

ກ່າວຄຳເຫັນທີ່ພິທີີມອບ-ຮັບບົດບາດປະທານ APC ຈາກທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາຟະລິກາໃຕ້ ຮ່ວາງວັນເລີ້ຍ, ດຳເນີນໃນວັນທີ 08 ກຸມພາ, ທ່ານເອກອັກຄະລັດຖະທູດອິນໂດເນເຊຍ Salaman Al Farisi ຕີລາຄາສູງຄວາມເປັນເຈົ້າການ, ຕັ້ງໜ້າຂອງຝ່າຍຫວຽດນາມ ໃນຖະນະເປັນປະທານ APC 2020. ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກຂອງສະພາບການຢູ່ປະເທດປະຈຳຖິ່ນ, ສະຖານທູດຫວຽດນາມ ປະຈຳອາຟະລິກາໃຕ້ ໄດ້ປະຕິບັດບົດບາດເປັນປະທານອາຊຽນ ປະຈຳ Pretoria (APC) ປີ 2020 ສຳເລັດຜົນ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງອາຊຽນ ກັບ ອາຟະລິກາໃຕ້ ເວົ້າສະເພາະ ແລະ ອາຟະລິກາ ເວົ້າລວມ. ທ່ານເອກອັກຄະລັດຖະທູດ Salaman Al Farisi ຕີລາຄາສູງບັນດາຜົນງານເຊິ່ງຫວຽດນາມ ບັນລຸໄດ້ໃນປີ 2020 ໃນຖະນະດຳລົງຕຳແໜ່ງປະທານອາຊຽນ ແລະ ຄະນະກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ປະກອບສ່ວນເພີ່ມທະວີສຽງເວົ້າລວມຂອງອາຊີ, ອາຊຽນ, ບົນເວທີສາກົນ, ແກ້ໄຂບັນດາສິ່ງທ້າທາຍຂອງພາກພື້ນຢ່າງທັນການ, ປະກອບສ່ວນສ້າງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃຫ້ສັນຕິພາບ, ມີຄວາມສາມັກຄີ ແລະ ວັດທະນາຖາວອນກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ