ຄະນະກຳມະການເລືອກຕັ້ງ ໄທ ປະກາດການນັບບັດຄືນໃໝ່ຢູ່ 47 ສະຖານທີ່ປ່ອນບັດ

(VOVWORLD) - ຄະນະກຳມະການເລືອກຕັ້ງ ໄທ (EC) ໃຫ້ຮູ້ວ່າ, ຈະນັບຄືນໃໝ່ຈຳນວນບັດຢູ່ 47 ໃນຈຳນວນ 95.000 ສະຖານທີ່ປ່ອນບັດຢູ່ 16 ແຂວງ, ນະຄອນໃນທົ່ວປະເທດ
ຄະນະກຳມະການເລືອກຕັ້ງ ໄທ ປະກາດການນັບບັດຄືນໃໝ່ຢູ່ 47 ສະຖານທີ່ປ່ອນບັດ - ảnh 1ສະຖານທີ່ປ່ອນບັດເລືອກຕັ້ງຢູ່ ບາງກອກ
(ພາບປະກອບ: AFP/TTXVN)

        ໃນແຈ້ງການວັນທີ 08 ມິຖຸນາ, ຄະນະກຳມະການເລືອກຕັ້ງ ໄທ (EC) ໃຫ້ຮູ້ວ່າ, ຈະນັບຄືນໃໝ່ຈຳນວນບັດຢູ່ 47 ໃນຈຳນວນ 95.000 ສະຖານທີ່ປ່ອນບັດຢູ່ 16 ແຂວງ, ນະຄອນໃນທົ່ວປະເທດ, ໃນນັ້ນມີນະຄອນຫຼວງ ບາງກອກ, ພາຍຫຼັງພົບເຫັນຈຳນວນບັດເລືອກຕັ້ງໃນການປ່ອນບັດທົ່ວປະເທດເຊິ່ງດຳເນີນໃນວັນທີ 15 ພຶດສະພາ ບໍ່ຖືກຕາມຕົວເລກຈຳນວນຜູ້ມີສິດເລືອກຕັ້ງມາປ່ອນບັດ. ຄາດວ່າ,  ການກວດກາຄືນຈຳນວນບັດເລືອກຕັ້ງຈະດຳເນີນໃນວັນທີ 11 ມິຖຸນາ ແລະ EC ຫວັງວ່າ ຈະສາມາດປະກາດໝາກຜົນການເລືອກຕັ້ງຢ່າງເປັນທາງການໃນເດືອນນີ້.

        ຄວາມແຕກຕ່າງລະຫວ່າງຈຳນວນບັດເລືອກຕັ້ງ ແລະ ຜູ້ມີສິດເລືອກຕັ້ງມີໜ້າມາປ່ອນບັດສາມາດສົ່ງຜົນສະທ້ອນເຖິງໝາກຜົນຂອງບັດເລືອກຕັ້ງຂອງແຕ່ລະຝ່າຍ, ພິເສດແມ່ນຕໍ່ກັບຈຳນວນບັດເລືອກຕັ້ງໃຫ້ບັນດາຜູ້ອອກສະໝັກເລືອກຕັ້ງຕາມບັນຊີລາຍຊື່ພັກ.

ຕອບກັບ

ຂ່າວ/ບົດ​ອື່ນ