ຄະນະກຳມາທິການເສດຖະກິດ,ແຜນການແລະການເງິນສະພາແຫ່ງຊາດລາວຢ້ຽມຢາມຫວຽດນາມ

ຄະນະກຳມາທິການເສດຖະກິດ,ແຜນການແລະການເງິນສະພາແຫ່ງຊາດລາວຢ້ຽມຢາມຫວຽດນາມ - ảnh 1
ພາບປະກອບ

(vovworld) – ຕອນ​ບ່າຍ​ວັນ​ທີ 9/1, ທີ່ ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນທິກິມ​ເງິນ ​ໄດ້​ຕ້ອນ​ຮັບຄະນະ​ກຳມາ​ທິການ​ເສດຖະກິດ, ​ແຜນການ ​ແລະ ການ​ເງິນ​ສະພາ​ແຫ​່ງຊາດ ລາວ ​ໂດຍ​ທ່ານ​ນາງ ສຸວັນເພັງ ບຸບຜານຸວົງ ກຳມະການຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ຫົວໜ້າ​ກຳມາທິການ​ເສດຖະກິດ, ​ແຜນການ ​ແລະ ການ​ເງິນ​ສະພາ

​ແຫ​່ງຊາດ ລາວ ​ເປັນ​ຫົວໜ້າຄະນະ​ພວມ​ຢ້ຽມຢາມ ​ແລະ ​​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນທິກິມ​ເງິນ ຕີ​ລາຄາ​ສູງໝາກຜົນ​ແຫ່ງ​ການ​​ເຮັດ​ວຽກ​ຂອງ ຄະນະ​ຜູ້​ແທນກຳມາທິການ​ເສດຖະກິດ, ​ແຜນການ ​ແລະ ການ​ເງິນ​ສະພາ​ແຫ່ງຊາດ ລາວ ກັບ ກຳມາ​ທິການ​ການ​ເງິນ - ງົບປະມານ ​ແລະ ກຳມາ​ທິການ​ເສດຖະກິດ​ສະພາ​​ແຫ່ງ​ຊາດ ຫວຽດນາມ, ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ອັນ​ຕົວ​ຈິງ​ຄື​ດັ່ງກ່າວ​ໄດ້​ປະກອບສ່ວນ​ເຮັດ​ໃຫ້​ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ເວົ້າລວມ ​ແລະ ສອງ​ປະ​ເທດ​ເວົ້າສະ​ເພາະ​ນັບ​ມື້ນັບ​​ເລິກ​ເຊິ່ງ ​ແລະ ມີປະສິດທິ​ຜົນກວ່າອີກ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນທິກິມ​ເງິນ ຖື​ວ່າ ບັນດາ​ກຳ​ມາ​ທິການຂອງສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ຄວນ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ​ເພີ່ມ​ທະວີ​ການ​ແລກປ່ຽນຂໍ້​ມູນ​ຂ່າວສານ ​ແລະ ​ແບ່ງປັນ​ບົດຮຽນ​​​ໃນ​ວຽກ​ງານ, ຍົກ​ສູງ​ປະສິດທິ​ຜົນ​ ​ແລະ ໜູນຊ່ວຍ​ເຊິ່ງກັນ ​ແລະ ກັນ.

 

ຂ່າວ/ບົດ​ອື່ນ