ຄະນະຈັດຕັ້ງສູນກາງເຮັດວຽກກັບອົງຄະນະພັກບັນດາອົງການສູນກາງ ແລະ ລັດວິສາຫະກິດ

ຄະນະຈັດຕັ້ງສູນກາງເຮັດວຽກກັບອົງຄະນະພັກບັນດາອົງການສູນກາງ ແລະ ລັດວິສາຫະກິດ - ảnh 1
ທີ່ກອງ​ປະຊຸມ
(ພາບ: vietnamplus.vn)


(vovworld) -     ວັນ​ທີ 20/11, ທ່ານ To Huy Rua, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ ​ເປັນ​ປະທານ​ກອງ​ປະຊຸມ​​ກັບອົງຄະ​ນະ​ພັກ​ບັນດາ​ອົງ​ການ​ສູນ​ກາງ ​ແລະ ອົງຄະ​ນະ​ພັກບັນດາລັດວິ​ສາ​ຫະກິດ​ ກ່ຽວ​ກັບ​ການ​ປະຕິບັດ​ຄຳ​ສັ່ງ​ເລກທີ 3 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການ​ສືບ​ຕໍ່ຍູ້​ແຮງ​ການ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ​ໂຮ່ຈິ​ມິນ. ທ່ານ To Huy Rua, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ​ສະ​ເໜີ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ອົງຄະນະ​ພັກ​ທຸກ​ຂັ້ນ​ສຸມ​ໃສ່ການ​ຊີ້​ນຳ, ນຳ​ການ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ​ໂຮ່ຈິ​ມິນ ​ເຂົ້າ​ໃນ​ການ​ດຳ​ເນີນ​ຊີວິດ​ເປັນ​ປະຈຳ​ຂອງ​ບັນດາ​ໜ່ວຍ​ພັກ, ອົງຄະ​ນະ​ພັກ, ຕິດ​ພັນ​ກັບ​ການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 “ບາງ​ບັນຫາ​ອັນຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະ​ຈຸ​ບັນ”, ສືບ​ຕໍ່​ປັບປຸງ ​ແລະ ປະຕິບັດ​ບັນດາມາດຖານຄຸນສົມບັດ​ຕາມ​ແບບຢ່າງ​ຂອງປະທານ​ໂຮ່ຈິ​ມິນ ​ໃຫ້​​ເໝາະສົມ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ແຕ່​ລະ​ອົງຄະ​ນະ​ພັກ, ໜ່ວຍ​ພັກ. ທ່ານ To Huy Rua ຊີ້​ແຈ້ງວ່າ.

        “ວຽກ​ງານ​ນີ້​ຄິດ​ວ່າ​ງ່າຍ ​ແຕ່​ພັດ​ຍາກ​ຫຼາຍ. ​ເຖິງ​ວ່າ​ຈະຍາກ​ແຕ່​ພວກ​ເຮົາ​ກໍຕ້ອງ​ປະຕິບັດ, ດ້ວຍ​ຈິດ​ໃຈ​​ທັງ​ມີ​ລັກສະນະລວມ, ທັງ​ມີ​ລັກ​ສະ​ນະ​ສະ​ເພາະ​ ສຳລັບແຕ່​ລະ​ຫົວໜ່ວຍ, ທ່ອງ​ຖິ່ນ, ຂະ​ແໜງ​ການ ​ແລະ ​​ແຕ່ລະສ່ວນ​ບຸກຄົນ. ​ເຫັນ​ວ່າ ອັນ​ໃດ​ຍັງ​ອ່ອນທ່ີສຸດ, ຕ້ອງ​ຮໍ່າຮຽນ​ຕາມ​ແບບຢ່າງປະທານ​ໂຮ່ຈິ​ມິນ​ ​​ແມ່ນຕ້ອງ​ປະຕິບັດ​​ໃນທັນ​ທີ່, ຕາມ​ລັກສະນະສະ​ເພາະ​ນັ້ນ ​ເພື່ອ​ສ້າງມາດຖານໂດ​ຍກົງ​ໃຫ້​ແກ່​ຕົນ”.

ຂ່າວ/ບົດ​ອື່ນ