ຄະນະຊີ້ນຳຕາເວັນຕົກພາກເໜືອຜັນຂະຫຍາຍບັນດາໜ້າທີ່6ເດືອນທ້າຍປີ
ກອງປະຊຸມສະຫລຸບວຽກງານ 6 ເດືອນຕົ້ນປີ, ຜັນຂະຫຍາຍໜ້າທີ່
ຈຸດສຸມ 6 ເດືອນທ້າຍປີ 2015
(ພາບ: Lê Thơm)
|
(vovworld) – ໃນ 6 ເດືອນຕົ້ນປີ 2015, ເຂດຕາເວັນຕົກພາກເໜືອບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງໃນທຸກຂົງເຂດ. ເສດຖະກິດພັດທະນາພໍສົມຄວນ, ລະດັບເຕີບໂຕ GDP ໃນບໍລິເວນຄາດວ່າບັນລຸ 7,75%. ການເຄື່ອນໄຫວສົ່ງເສີມການລົງທຶນເຂົ້າເຂດຕາເວັນຕົກພາກເໜືອໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ສ້າງກຳລັງໜູນພັດທະນາໃຫ້ແຕ່ລະທ້ອງຖິ່ນ. ການເຄື່ອນໄຫວວັດທະນະທຳ, ສັງຄົມໄດ້ຮັບການຈັດຕັ້ງ, ວຽກງານການສຶກສາ, ການສົ່ງເສີມສຸຂະພາບຂອງປະຊາຊົນໄດ້ຮັບຄວາມເອົາໃຈໃສ່. ສະພາບຊົນເຜົ່າ, ສາສະໜາ, ຄວາມໝັ້ນຄົງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໄດ້ຮັບປະກັນ, ອະທິປະໄຕເຂດຊາຍແດນແຫ່ງຊາດໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ. ນີ້ແມ່ນໝາກຜົນໂດຍຄະນະຊີ້ນຳເຂດຕາເວັນຕົກພາກເໜືອ ປະກາດທີ່ກອງປະຊຸມສະຫລຸບວຽກງານ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍໜ້າທີ່ 6 ເດືອນທ້າຍປີ 2015, ເຊິ່ງດຳເນີນໄປໃນວັນທີ 9/7, ຢູ່ຮ່າໂນ້ຍ. ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຫົວໜ້າຄະນະຊີ້ນຳເຂດຕາເວັນຕົກພາກເໜືອ, ຊີ້ແຈ້ງວ່າ:
“ສະເໜີໃຫ້ກະຊວງກະສິກຳ ແລະ ພັດທະນາຊົນນະບົດຍື່ນສະເໜີລັດຖະບານນະໂຍບາຍພິເສດລະອຽດກ່ວາ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ແກ່ປະຊາຊົນຢູ່ເຂດໄຟຟ້ານ້ຳຕົກ. ຈາກນັ້ນແມ່ນບັນຫາຄວາມປອດໄພຂອງເຂື່ອນໄຟຟ້າ. ຂ້າພະເຈົ້າສະເໜີໃຫ້ກະຊວງປະກາດໃຊ້ບັນດານະໂຍບາຍໃນໄລຍະຈະມາເຖິງ ເພື່ອແກ້ໄຂບັນດາບັນຫານີ້.”