ຄະນະຊີ້ນຳປະຕິຮູບ ຍຸຕິທຳສູນກາງ ຈັດການປະຊຸມ


(vovworld) - ວັນ​ທີ 12/3, ຢູ່ ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ​ປະຕິ​ຮູບ​ຍຸຕິ​ທຳ​ສູນ​ກາງ​ຈັດວາລະ​ປະຊຸມທີ 4 ​ເພື່ອ​ປຶກສາ​ຫາລື ​ແລະ ​ປະກອບ​ຄວາມ​ເຫັນ​ໃຫ້​ແກ່ 2 ​​ແຜນ​ຮ່າງ “ຄົ້ນ​ຄ້ວາ​ກ່ຽວ​ກັບ​ການ​ຫັນ​ໄອ​ຍະ​ການ​ເປັນ​ອົງການ​ໄອ​ຍະ​ການ” ​ແລະ ​​ແຜນຮ່າງ “ຮູບ​ແບບ​ດຳ​ເນີນ​ຄະດີ​ອາຍາ​ຫວຽດນາມ” ​ໂດຍ​ໄອ​ຍະ​ການ​ສູງ​ສຸດ​ສ້າງຂຶ້ນ.

        ກ່າວ​ຄວາມ​ເຫັນ​ສະຫຼຸບກອງ​ປະຊຸມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ, ຫົວໜ້າ​ຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ດ້ານ​ຍຸຕິ​ທຳ​ສູນ​ກາງ, ​ເນັ້ນ​ໜັກ​ວ່າ, ການ​ຄົ້ນ​ຄ້ວາ 2 ​ແຜນ​ຮ່າງ​ດັ່ງກ່າວ ​ແມ່ນ​ມີ​ຄວາມ​ສຳຄັນ​ທີ່​ສຸດ, ​ເພາະວ່າ​ມັນ​ຕິດ​ພັນ​ກັບ​ການ​ຄົ້ນ​ຄ້ວາ, ປັບປຸງ​ລັດຖະທຳ​ມະນູນ​ປີ 1992, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ​ແລະ ມະຕິ​ສູນ​ກາງ​ທີ 2 ຊຸດ​ທີ XI.

        “​ໃນ​ເອກະສານ​ໄດ້​ຊີ້​ແຈງ​ວ່າ, ​ໄອ​ຍະ​ການ​ໄດ້​ຮັບ​ການຈັດ​ຕັ້ງ​ຢ່າງ​ເໝາະ​ສົມ, ດ້ວຍ​ລະບົບ​ການ​ຈັດ​ຕັ້ງ​ຂອງ​ສານ, ຮັບປະກັນ​ເງື່ອນ​ໄຂ​ຕ່າງໆ​ໃຫ້​ດີ, ​ເພື່ອ​ໃຫ້​ໄອ​ຍະ​ການ​ປະຊາຊົນ​ປະຕິບັດ​ບົດບາດ​ໜ້າ​ທີ່​ສິດໄອ​ຍະ​ການ ​ແລະ ​ກວດກາ​ບັນດາ​ການ​ເຄື່ອນ​ໄຫວ​ຍຸຕິ​ທຳ​ຢ່າງ​ມີ​ປະສິດທິ​ຜົນ. ກະຊວງ​ຍຸຕິ​ທຳ​ເພີ່ມ​ທະວີ​ບົດບາດ​ໜ້າ​ທີ່​ນີ້​ຂຶ້ນ, ຖ້າ​ຜິດພາດ ​ແມ່ນ​ຕ້ອງ​ແກ້​ໄຂ​ໃນ​ທັນທີ”

 

ຂ່າວ/ບົດ​ອື່ນ