ຄະນະຊີ້ນຳປະຕິຮູບຕຸລາການສູນການຜັນຂະຫຍາຍວຽກງານປະຕິບັດການປະຕິຮູບຕຸລາການ

ຄະນະຊີ້ນຳປະຕິຮູບຕຸລາການສູນການຜັນຂະຫຍາຍວຽກງານປະຕິບັດການປະຕິຮູບຕຸລາການ - ảnh 1
ກອງ​ປະ​ຊຸມ​ພິ​ຈາ​ລະ​ນາ​ມາດ​ຕະ​ການ​
ຜັນ​ຂະ​ຫຍາຍ​ການປະ​ຕິ​ບັດ​ແຜນ​ການ 38

(vovworld) - ຕອ​ນ​ເຊົ້າ​ວັນ​ທີ 7/10, ທີ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ຄະ​ນະ​ຊີ້​ນຳວຽກງານ​ປະ​ຕິ​ຮູບດ້ານ​ຕຸ​ລາ​ການ​ສູນ​ກາງ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ພິ​ຈາ​ລະ​ນາ​ມາດ​ຕະ​ການ​ຜັນ​ຂະ​ຫຍາຍ​ການປະ​ຕິ​ບັດ​ແຜນ​ການ 38 ກ່ຽວ​ກັບ​ການ​ຍູ້​ແຮງວຽກ​ງານ​ສື່​ສານ, ໂຄ​ສະ​ນາ​ກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍ, ໜ້າ​ທີ່​ປະ​ຕິ​ຮູບ​ດ້ານຕຸ​ລາ​ການ ແລະ​ ການ​ເຄື​່ອນ​ໄຫວ​​ຕຸ​ລາ​ການ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາງ ເລ​ທິ​ທູ​ບາ, ຫົວ​ໜ້າ​ຄະ​ນະ​ປະ​ຈຳ​​ຄະ​ນະຊີ້​ນຳ​ປະ​ຕິ​ຮູບ​ຕຸ​ລາ​ການ​ສູນ​ກາງ, ເນັ້ນ​ໜັກ​ວ່າ: ເພື່ອ​ປະ​ຕິ​ບັດ​ສຳ​ເລັດ, ພິ​ເສດ​ແມ່ນ​ບັນ​ລຸ​ໄດ້​ຈຸດ​ໝາຍສ້າງ​ພື້ນ​ຖານ​ຕຸ​ລາ​ການ​ໃຫ້​ປອດ​ໄສ, ໝັ້ນ​ຄົງ, ເຂັ້ມ​ແຂງ, ປາ​ຊາ​ທິ​ປະ​ໄຕ, ເຄັ່ງຄັດ, ຮັກ​ສາ​ຄວາມ​ຍຸ​ຕິ​ທຳ, ປົກ​ປ້ອງ​ສິດ​ທິ​ມະ​ນຸດ, ບັນ​ດາ​ອົງ​ການ​ສື່ມວນ​ຊົນ​ຄວນ​ຍູ້​ແຮງວຽກ​ງານ​ສື່ສານ, ໂຄ​ສະ​ນາ​ເຜີຍ​ແຜ່​ກ່ຽວ​ກັບ​ຍຸດ​ທະ​ສາດ​ປະ​ຕິ​ຮູບ​ດ້ານຕຸ​ລາ​ການ, ຂໍ້ສະ​ຫລຸບ​ເລກ​ທີ 92 ສືບ​ຕໍ່​ປະ​ຕິ​ບັດ ກ່ຽວ​ກັບ​ຍຸດ​ທະ​ສາດ​ປະ​ຕິ​ຮູບ​ຕຸ​ດ້ານລາ​ການ​ຮອດ​ປີ 2020 ເພື່ອ​ຍົກ​ສູງ​ສະ​ຕິ​ຄວາມ​ຮັບ​ຮູ້​ຂອງ​ປະ​ຊາ​ຊົນ, ພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ກ່ຽວ​ກັບ​ການ​ປະ​ຕິ​ຮູບ​ຕຸ​ລາ​ການ.


ຂ່າວ/ບົດ​ອື່ນ