ຄະນະຊີ້ນຳສູນກາງບັ້ນຂົນຂວາຍ “ຊາວ ຫວຽດນາມ ໃຫ້ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ” ຜັນຂະຫຍາຍໜ້າທີ່ປີ 2020

(VOVWORLD) -  ຕອນເຊົ້າວັນທີ 28 ກຸມພາ, ທີ່ຮ່າໂນ້ຍ, ຄະນະຊີ້ນຳສູນກາງບັ້ນຂົນຂວາຍ “ຊາວ ຫວຽດນາມ ໃຫ້ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ” ໄດ້ຈັດຕັ້ງກອງປະຊຸມສະຫລຸບໜ້າທີ່ປີ 2019 ແລະ ຜັນຂະຫຍາຍໜ້າທີ່ປີ 2020.
ຄະນະຊີ້ນຳສູນກາງບັ້ນຂົນຂວາຍ “ຊາວ ຫວຽດນາມ ໃຫ້ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ” ຜັນຂະຫຍາຍໜ້າທີ່ປີ 2020 - ảnh 1 ກອງປະຊຸມສະຫລຸບໜ້າທີ່ປີ 2019 ແລະ ຜັນຂະຫຍາຍໜ້າທີ່ປີ 2020 (ພາບ: TTXVN)

        ການປະຕິບັດບັ້ນຂົນຂວາຍໃນປີຜ່ານມາ, ພະແນກອຸດສາຫະກຳ ແລະ ການຄ້າ 63 ແຂວງ, ນະຄອນສັງກັດສູນກາງ ໄດ້ຈັດຕັ້ງການຂາຍສິນຄ້າຢູ່ຊົນນະບົດກ່ວາ 100 ຄັ້ງ, ດ້ວຍການເຂົ້າຮ່ວມຂອງວິສາຫະກິດປະມານ 2000 ຄັັ້ງ, ດຶງດູດຄົນມາຢ້ຽມຊົມ, ຊື້ສິນຄ້າເກືອບ 200.000 ເທື່ອຄົນ, ສ້າງລາຍຮັບໄດ້ປະມານ 80 ຕື້ດົ່ງ. ທ່ານ ຫວໍແທ່ງຖົ໊ງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ:

        “ຊຸກຍູ້ການປະຕິບັດບັນດາແຜນຮ່າງພັດທະນາເຄື່ອງໝາຍການຄ້າລະດັບຊາດຢ່າງມີປະສິດທິຜົນ, ປະກອບສ່ວນຍົກສູງຄຸນນະພາບກຳລັງແກ່ງແຍ້ງຂອງສິນຄ້າ ຫວຽດນາມ ຕາມທິດສຳຜັດກັບບັນດາມາດຕະຖານສາກົນ ເພື່ອເພີ່ມທະວີກຳລັງແກ່ງແຍ້ງ. ນີ້ກໍ່ແມ່ນວິທີເພື່ອໃຫ້ຊາວ ຫວຽດນາມ ຊົມໃຊ້ສິນຄ້າ ຫວຽດນາມ, ພ້ອມກັນນັ້ນ ຊາວຕ່າງປະເທດກໍ່ໄດ້ຊົມໃຊ້ສິນຄ້າ ຫວຽດນາມ. ຈຸດປະສົງສຸດທ້າຍແມ່ນຕ້ອງເຮັດແນວໃດ ເພື່ອເສີມຂະຫຍາຍໄດ້ເລື່ອງຊາວ ຫວຽດນາມ ໃຫ້ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ