ຄະ​ນະ​ນັກ​ກິ​ລາ ຫວຽດ​ນາມ ຍາດ​ໄດ້ຫຼຽ​ນ​ຄຳ​ກວ່າ 100 ຫຼຽນ

(VOVWORLD) -  ຄະນະນັກກິລາ ຫວຽດນາມ ສືບຕໍ່ແຂ່ງຂັນທີ່ປະສົບຜົນສຳເລັດໃນວັນທີ 17 ພຶດສະພາ ເມື່ອຍາດໄດ້ຕື່ມອີກ 16 ຫຼຽນຄຳ. ບັນດາຫຼຽນຄຳເຫຼົ່ານັ້ນ, ແມ່ນໄດ້ມາຈາກກິລາປະເພດ ຍິງປືນ, ພາຍເຮືອກາໂນ, ໝາກຮຸກ, ມວຍປ້ຳ, ແລ່ນ ແລະ ລານ, ເທັກຄອນໂດ, ລອຍນ້ຳ ແລະ ອີສະປອດ.
ຄະ​ນະ​ນັກ​ກິ​ລາ ຫວຽດ​ນາມ ຍາດ​ໄດ້ຫຼຽ​ນ​ຄຳ​ກວ່າ 100 ຫຼຽນ - ảnh 1ສອງຜົວເມຍນັກກິລາ ຫງວຽນງອກເຈື່ອງເຊີນ ແລະ ຟ້າມເລຖາວງວຽນ (ພາບ: laodong.vn)

ຄະນະນັກກິລາ ຫວຽດນາມ ສືບຕໍ່ແຂ່ງຂັນທີ່ປະສົບຜົນສຳເລັດໃນວັນທີ 17 ພຶດສະພາ ເມື່ອຍາດໄດ້ຕື່ມອີກ 16 ຫຼຽນຄຳ. ບັນດາຫຼຽນຄຳເຫຼົ່ານັ້ນ, ແມ່ນໄດ້ມາຈາກກິລາປະເພດ ຍິງປືນ, ພາຍເຮືອກາໂນ, ໝາກຮຸກ, ມວຍປ້ຳ, ແລ່ນ ແລະ ລານ, ເທັກຄອນໂດ, ລອຍນ້ຳ ແລະ ອີສະປອດ.

        ຜົນງານທີ່ໜ້າປະທັບໃຈທີ່ສຸດໃນວັນທີ 17 ພຶດສະພາ, ແມ່ນ ຫຼຽນຄຳ 2 ຫຼຽນ ເປັນຂອງສອງຜົວເມຍນັກກິລາ ຫງວຽນງອກເຈື່ອງເຊີນ ແລະ ຟ້າມເລຖາວງວຽນ ໃນເນື້ອໃນແຂ່ງຂັນໝາກຮຸກ. ນີ້ແມ່ນສອງຜົວເມຍທຳອິດຂອງຄະນະນັກກິລາ ຫວຽດນາມ ທີ່ຍາດໄດ້ຫຼຽນຄຳໃນຈຸດເວລາດຽວກັນໃນການເຂົ້າຮ່ວມຊີເກມຄັ້ງ 31.

        ເປັນອັນວ່າ, ໄລ່ຮອດທ້າຍວັນທີ 17 ພຶດສະພາ, ຄະນະນັກກິລາ ຫວຽດນາມ ຍັງຢືນຢູ່ອັນດັບທີ 1 ໃນຕາຕະລາງຈັດອັນດັບຫຼຽນ ດ້ວຍຫຼຽນຄຳ 107 ຫຼຽນ. ຢຶນອັນດັບທີ 2 ແມ່ນ ໄທ ດ້ວຍຫຼຽນຄຳ 43 ຫຼຽນ ແລະ ອັນດັບທີ 3 ແມ່ນ ຟີລິບປິນ ດ້ວຍ ຫຼຽນຄຳ 34 ຫຼຽນ.

ຕອບກັບ

ຂ່າວ/ບົດ​ອື່ນ