ຄະນະປະຈໍາການລັດຖະບານຈັດກອງປະຊຸມກ່ຽວກັບການກໍານົດປະຕິບັດໂຄງການ BT ແລະ ຕີລາຄາການປະຕິບັດກົດໝາຍວ່າດ້ວຍການວາງແຜນຜັງ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈໍາການລັດຖະບານຫວຽດນາມ ປຶກສາກ່ຽວກັບບັນດາບັນຫາທີ່ຍັງບໍ່ທັນເປັນເອກະສັນ ຂອງຮ່າງມະຕິກໍານົດກ່ຽວກັບການນໍາໃຊ້ຊັບສິນຂອງລັດ ເພື່ອຊໍາລະໃຫ້ແກ່ນັກລົງທຶນ ເມື່ອປະຕິບັດໂຄງການ BT 

ວັນທີ 11 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈໍາການລັດຖະບານຫວຽດນາມ ປຶກສາກ່ຽວກັບບັນດາບັນຫາທີ່ຍັງບໍ່ທັນເປັນເອກະສັນ ຂອງຮ່າງມະຕິກໍານົດກ່ຽວກັບການນໍາໃຊ້ຊັບສິນຂອງລັດລວມ ເພື່ອຊໍາລະໃຫ້ແກ່ນັກລົງທຶນ ເມື່ອປະຕິບັດໂຄງການ BT (ກໍ່ສ້າງ ແລະ ມອບໂອນໂຄງການ).

ຄະນະປະຈໍາການລັດຖະບານຈັດກອງປະຊຸມກ່ຽວກັບການກໍານົດປະຕິບັດໂຄງການ BT ແລະ ຕີລາຄາການປະຕິບັດກົດໝາຍວ່າດ້ວຍການວາງແຜນຜັງ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມຄະນະປະຈໍາການລັດຖະບານຫວຽດນາມ (ພາບ: VOV)

        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ ລົງທຶນຕາມຮູບແບບ BT ຍັງຄົງແມ່ນຮູບແບບທີ່ຈໍາເປັນໃນປັດຈຸບັນ; ພ້ອມທັງຊີ້ນໍາກະຊວງການເງິນ ສືບຕໍ່ຮັບເອົາບັນດາຄໍາເຫັນປະກອບ ເພື່ອສ້າງສໍາເລັດຮ່າງມະຕິ, ຊ່ວຍຫັນມະຕິເມື່ອປະກາດໃຊ້ແລ້ວ ຈະໄດ້ນໍາໃຊ້ໃນຊີວິດຕົວຈິງ.

        ແລະກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈໍາການລັດຖະບານ ຕີລາຄາກ່ຽວກັບການປະຕິບັດກົດໝາຍວ່າດ້ວຍການວາງແຜນຜັງ ເພື່ອພິຈາລະນາ, ແກ້ໄຂບັນດາຄວາມຫຍຸ້ງຍາກໃນການຜັນຂະຫຍາຍກົດໝາຍສະບັບດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ