ຄະນະປະຈຳສະພາແຫ່ງຊາດ ໄຂກອງປະຊຸມຫົວເລື່ອງສະເພາະກ່ຽວກັບກົດໝາຍ

(VOVWORLD) - ຮ່າງກົດໝາຍວ່າດ້ວຍນ້ຳມັນອາຍແກັດ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການກວດກາ (ສະບັບປັບປຸງ)...
ຄະນະປະຈຳສະພາແຫ່ງຊາດ ໄຂກອງປະຊຸມຫົວເລື່ອງສະເພາະກ່ຽວກັບກົດໝາຍ - ảnh 1ກອງປະຊຸມຄັ້ງທີ 14 ຂອງຄະນະປະຈຳສະພາແຫ່ງຊາດ (ພາບ:vov.vn)

ຕອນເຊົ້າວັນທີ 15 ສິງຫາ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດໄດ້ໄຂກອງປະຊຸມຫົວເລື່ອງສະເພາະກ່ຽວກັບກົດໝາຍເດືອນ ສິງຫາ. ກອງປະຊຸມໄດ້ຮັບການຈັດຕັ້ງໃນລະຫວ່າງວັນທີ 15 – 18 ສິງຫາຈະມາເຖິງ, ປະກອບຄຳເຫັນໃສ່ຫຼາຍເນື້ອໃນສຳຄັນກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ XV.

        ກ່ຽວກັບການສ້າງກົດໝາຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍ 3 ສະບັບເຊິ່ງຄາດວ່າຈະຍື່ນສະເໜີຕໍ່ສະພາແຫ່ງຊາດເພື່ອປະກອບຄຳເຫັນຄັ້ງທຳອິດໃນກອງປະຊຸມສະໄໝສາມັນເທື່ອທີ 4 ຈະມາເຖິງ, ເຊິ່ງລວມມີ: ກົດໝາຍວ່າດ້ວຍການປົກປ້ອງສິດ ຜົນປະໂຫຍດຂອງຜູ້ບໍລິໂພກ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການປ້ອງກັນທາງພົນລະເຮືອນ; ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຟອກເງິນ.

        ກອງປະຊຸມກໍ່ປະກອບຄຳເຫັນກ່ຽວກັບການອະພິປາຍ, ຮັບເອົາຄຳເຫັນ, ປັບປຸງຮ່າງກົດໝາຍ 5 ສະບັບເຊິ່ງຄາດວ່າຈະຍື່ນສະເໜີຕໍ່ສະພາແຫ່ງຊາດເພື່ອພິຈາລະນາ, ຮັບຮອງເອົາທີ່ກອງປະຊຸມສະໄໝສາມັນຄັ້ງທີ 4 ເຊິ່ງລວມມີ: ຮ່າງກົດໝາຍວ່າດ້ວຍນ້ຳມັນອາຍແກັດ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການກວດກາ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານ; ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາໃນກົດໝາຍວ່າດ້ວຍຄວາມຖີ່ວິທະຍຸ.

ຕອບກັບ

ຂ່າວ/ບົດ​ອື່ນ