ຄະນະປະຈຳສະພາແຫ່ງຊາດພິຈາລະນາ, ກວດກາບັນດາເນື້ອໃນທີ່ສຳຄັນ.

(VOVWORLD) -ຄະນະປະຈຳສະພາແຫ່ງຊາດ ພິຈາລະນາ, ຕົກລົງວິທີການນຳໃຊ້ແຫຼ່ງເງິນຈາກການຫຼຸດຜ່ອນ, ປະຢັດລາຍຈາຍງົບປະມານສູນກາງປີ 2021
       ຄະນະປະຈຳສະພາແຫ່ງຊາດພິຈາລະນາ, ກວດກາບັນດາເນື້ອໃນທີ່ສຳຄັນ.  - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ

    ຕອນບ່າຍວັນທີ 22 ກັນຍາ, ຢູ່ຮ່າໂນ້ຍ ຄະນະປະຈຳສະພາແຫ່ງຊາດ ພິຈາລະນາ, ຕົກລົງວິທີການນຳໃຊ້ແຫຼ່ງເງິນຈາກການຫຼຸດຜ່ອນ, ປະຢັດລາຍຈາຍງົບປະມານສູນກາງປີ 2021. ຕາມນັ້ນແລ້ວ, ຄະນະປະຈຳສະພາແຫ່ງຊາດ ອະນຸຍາດໃຫ້ໂອນເງິນ 14.620 ຕື້ດົງເຂົ້າໃນແຫຼ່ງງົບປະມານສຳຮອງສູນກາງເພື່ອນຳໃຊ້ແກ່ການຕ້ານໂລກລະບາດ.

 ຕອນບ່າຍວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດໄດ້ອັດກອງປະຊຸມຄັ້ງທີ 3. ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວໄດ້ຕີລາຄາວ່າ ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງກົດໝາຍ 6 ສະບັບ ແລະ ບັນດາເນື້ອໃນທີ່ສຳຄັນອື່ນໆອີກ.

ຕອບກັບ

ຂ່າວ/ບົດ​ອື່ນ