ຄະນະຜູ້ແທນ ການທະຫານຂັ້ນສູງ ຫວຽດນາມຢ້ຽມຢາມ ເຢຍລະມັນ

 ຄະນະຜູ້ແທນ ການທະຫານຂັ້ນສູງ ຫວຽດນາມຢ້ຽມຢາມ ເຢຍລະມັນ - ảnh 1
ທ່ານ​ພົນ​ໂທ ຫງວຽນ​ຈິ້ວິ້ງ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​​ເຈລະຈາກັບ​ລັດຖະມົນຕີ​ຮັບຜິດຊອບວຽກງານ​ປ້ອງ​ກັນ​ປະ​ເທດເຢຍລະມັນ ທ່ານ Ruediger Wolf  (ພາບ:internet)


Vovworld- ​ແຕ່​ວັນ​ທີ 19-21/3, ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ​ຫວຽດນາມ​ໂດຍ​ທ່ານ​ພົນ​ໂທ ຫງວຽນ​ຈິ້ວິ້ງ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ​ນຳ​ໜ້າ ​ໄດ້​ທຳ​ການ ຢ້ຽມຢາມ ​ສ.ສະຫະພັນເຢຍລະ​ມັນ ຢ່າງ​ເປັນ​ທາງ​ການ. ວັນ​ທີ 21/3, ທ່ານ​ພົນ​ໂທ ຫງວຽນ​ຈິ້ວິ້ງ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ມີ​ການ​ເຈລະຈາກັບ​ລັດຖະມົນຕີ​ຮັບຜິດຊອບວຽກງານ​ປ້ອງ​ກັນ​ປະ​ເທດເຢຍລະມັນ ທ່ານ Ruediger Wolf, ​ເຂົ້າ​ຢ້ຽມ​ຄຳນັບ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດເຢຍລະມັນ ທ່ານ Thomas de Maiziere. ທີ່​ບັນດາ​ການ​ເຈລະຈາ ​ແລະ ພົບ​ປະ​ຄັ້ງ​ຕ່າ​ງໆ , 2 ຝ່າຍ​​ໄດ້​ສະ​ແດງ​ຄວາມ​ຫວັງ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃຫ້​ສອດຄ່ອງ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ, ​ເປັນ​ຕົ້ນ​ແມ່ນ​ການ​ຮັກ​ສາ ​ແລະ ​ເສີມ​ຂະຫຍາຍ​ກົນ​ໄກ​ສົນທະ​ນາດ້ານ​ປ້ອງ​ກັນຊາ​ດປະຈຳ​ປີ​ຂັ້ນຮອງ​ລັດຖະມົນຕີ​, ​ແລກປ່ຽນ​ຄວາມ​ສາມາດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງ​ໆ, ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ, ສະໜັບສະໜູນ​ຊຶ່ງ​ກັນ ​ແລະ ກັນ​ຢູ່​ບັນດາ​ເວ​ທີ່​ປາ​ໄສ, ກົນ​ໄກ​ຫຼາຍ​ຝ່າຍ​ກ່ຽວ​ກັບ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ ​ແລະ​ ໃນວິວັດ​ການ​ຫວຽດນາມ​ກະກຽມ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສ.ປ.ຊ. 2 ຝ່າຍ​ໄດ້​ເປັນ​ເອກະ​ພາບ​ກັນ​ຈະ​ລົ​ງນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ 2 ຝ່າຍ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ .
ຂ່າວ/ບົດ​ອື່ນ