ຄະນະຜູ້ແທນການຕ່າງປະເທດຫວຽດນາມ ມາອວຍພອນວັນຊາດລາວຄົບຮອບ 45 ປີ

(VOVWORLD) -ທ່ານຮອງລັດຖະມົນຕີສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ນ້ຳໃຈສາມັກຄີແບບພິເສດລະຫວ່າງຫວຽດນາມ - ລາວ ສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາ ໃນສະພາບໂລກລະບາດໂຄວິດ-19 ເກີດຂຶ້ນຢ່າງຮ້າຍແຮງໃນໂລກ.

ຄະນະຜູ້ແທນການຕ່າງປະເທດຫວຽດນາມ ມາອວຍພອນວັນຊາດລາວຄົບຮອບ 45 ປີ - ảnh 1 ຄະນະຜູ້ແທນກະຊວງການຕ່າງປະເທດຫວຽດນາມ ມາອວຍພອນຢູ່ສະຖານທູດລາວ ປະຈຳຮ່າໂນ້ຍ

(ພາບ: baoquocte.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 45 ປີ (02 ທັນວາ 1975 – 02 ທັນວາ 2020), ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກ໊ວກຢຸງ ແລະ ຄະນະຜູ້ແທນກະຊວງການຕ່າງປະເທດຫວຽດນາມ ໄດ້ມາອວຍພອນຢູ່ສະຖານທູດລາວ ປະຈຳຮ່າໂນ້ຍ.

        ຢູ່ທີ່ນີ້, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 45 ປີ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກ໊ວກຢຸງ ໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ພ້ອມກັບພະນັກງານ, ພາລະກອນສະຖານທູດລາວ ທັງໝົດ ແລະ ທ່ານໄດ້ຕີລາຄາສູງບັນດາຜົນງານອັນໃຫຍ່ຫຼວງເຊິ່ງປະເທດລາວ ບັນລຸໄດ້ໃນພາລະກິດແຫ່ງການສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດໃນໄລຍະ 45 ປີຜ່ານມາ. ທ່ານຮອງລັດຖະມົນຕີສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ນ້ຳໃຈສາມັກຄີແບບພິເສດລະຫວ່າງຫວຽດນາມ - ລາວ ສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາ ໃນສະພາບໂລກລະບາດໂຄວິດ-19 ເກີດຂຶ້ນຢ່າງຮ້າຍແຮງໃນໂລກ. ໃນປີ 2020, 2 ຝ່າຍໄດ້ຈັດຕັ້ງການເຄື່ອນໄຫວພົວພັນຕ່າງປະເທດທີ່ສຳຄັນບາງຄັ້ງຢ່າງມີໄຫວພິບ ແລະ ບັນລຸໄດ້ບັນດາຜົນງານຢ່າງແທ້ຈິງ.

        ສ່ວນທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ຢືນຢັນວ່າ, ຈະສືບຕໍ່ຮ່ວມມືກັບກະຊວງການຕ່າງປະເທດຫວຽດນາມ ໃນການເພີ່ມພູນຄຸນສ້າງ, ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງລາວ - ຫວຽດນາມ ຢ່າງແໜ້ນແຟ້ນກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ