ຄະນະຜູ້ແທນຊາວຫນຸ່ມຫວຽດນາມເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ19ສະຫະພັນຊາວຫນຸ່ມປະຊາທິປະໄຕໂລກ

ຄະນະຜູ້ແທນຊາວຫນຸ່ມຫວຽດນາມເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ19ສະຫະພັນຊາວຫນຸ່ມປະຊາທິປະໄຕໂລກ - ảnh 1
ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ຊາວ​ຫນຸ່ມ​ຫວຽດ​ນາມ ຢູ່ ກູ​ບາ

(vovworld)-  ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ສະ​ຫະ​ພ​ັນ​ຊາວ​ຫນຸ່ມ​ປະ​ຊາ​ທິ​ປ​ະ​ໄຕ​ໂລກ (WFDY) ໄຂ​ຂຶ້ນ​ຢູ່ ນະ​ຄອນ​ຫລວງ ລາ​ຮາ​ວານ ຂອງ​ປະ​ເທດ​ກູ​ບາ ໃນ​ວັນ​ທີ 9/11 ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ແທນ ກວ່າ 130 ຄົນ ​ທີ່​ຕາງ​ຫນ້າ ໃຫ້ 70 ອົງ​ການ ຈາກ 35 ປະ​ເທດ​ຢູ່​ທົ່ວທຸກທະ​ວີບ. ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ຄະ​ນະ​ຊາວ​ຫນຸ່ມ​ກອມ​ມູ​ນິດ​ໂຮ່​ຈິ​ມີນ ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້ ໂດຍ​ທ່ານ ຫງວຽນ​ດັກ​ວີງ, ເລ​ຂາ​ທີ​ຫນຶ່ງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ຊາວ​ຫນຸ່ມ​ນຳ​ຫນ້າ.  ນອກ​ຈາກ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ແລ້ວ, ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ຈະ​ດຳ​ເນີນ​ການຢ້ຽມ​ຢາມ ກູ​ບາ ຢ່າງ​ເປັນ​ທາງ​ການ, ພ​ົບ​ປະ​ກັບ​ການ​ນຳ​ສູນ​ກາງ​ຊາວ​ຫນຸ່ມກອມ​ມູ​ນິດ ກູ​ບາ, ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຈຳ​ນວນ​ຫນຶ່ງ​ຂອງ​ບັນ​ດາ​ຮາກ​ຖານ​ຊາວ​ຫນຸ່ມ ກູ​ບາ ພ້ອມ​ກັບ​ການ​ເຄື່ອນ​ໄຫວ​ອື່ນ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ Nicolas Papademetriou, ປະ​ທານ WFDY ເນັ້ນ​ຫນັກເຖິງ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ບັນ​ດາ​ກຳ​ລັງ​ຊາວ​ຫນຸ່ມ​ກ້າວ​ຫນ້າ​ໃນ​ໂລກ​ໃນ​ການ​ຕໍ່​ສູ້​ຕ້ານ​ການ​ແຜ່​ອຳ​ນາດ​ຂອ​ງ​ລັດ​ທິ​ທຶນນິ​ຍົມ​ໃນ​ໂລກ.

ຂ່າວ/ບົດ​ອື່ນ