ຄະນະຜູ້ແທນຕາລີບານໄປເຖິງອູເບກິດສະຖານເພື່ອປຶກສາຫາລືກ່ຽວກັບການຄ້າແລະການຊ່ວຍເຫຼືອມະນຸດສະທຳ

(VOVWORLD) -ວັນທີ 16 ຕຸລາ ຄະນະຜູ້ແທນຕາລີບານໄດ້ເດີນທາງຈາກອັບການິດສະຖານໄປເຖິງອູເບກິດສະຖານເພື່ອປຶກສາຫາລືບັນດາບັນຫາຊ່ວຍເຫຼືອມະນຸດສະທຳແລະການຄ້າ
ຄະນະຜູ້ແທນຕາລີບານໄປເຖິງອູເບກິດສະຖານເພື່ອປຶກສາຫາລືກ່ຽວກັບການຄ້າແລະການຊ່ວຍເຫຼືອມະນຸດສະທຳ - ảnh 1ຄະນະຜູ້ແທນຕາລີບານໄດ້ເດີນທາງໄປເຖິງອູເບກິດສະຖານ

    ການປຶກສາຫາລືລະຫວ່າງຜູ້ຕ່າງໜ້າກະຊວງການຕ່າງປະເທດອູເບກິດສະຖານ ແລະ ຄະນະຜູ້ແທນຕາລີບານຂອງອັບການິດສະຖານ ໄດ້ຖືກຈັດຂຶ້ນຢູ່ເທດສະບານເມືອງເຕິເມຢູ່ເຂດຊາຍແດນລະຫວ່າງສອງປະເທດ.

   ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາບັນຫາການຄ້າແລະການພົວພັນທາງດ້ານເສດຖະກິດ ຮັບປະກັນຄວາມສະຫງົບຢູ່ເຂດຊາຍແດນການຮ່ວມມືໃນຂົງເຂດພະລັງງານ ຂົນສົ່ງແລະເປັນທາງຜ່ານຂົນສົ່ງສິນຄ້າສາກົນ.

  ຕາລີບານຍັງໝັ້ນໝາຍຈະປະຕິບັດບັນດານະໂຍບາຍໃໝ່ ໂດຍຫຼຸດຜ່ອນຄວາມໂຫດຮ້າຍເມື່ອທຽບໃສ່ໄລຍະກຳອຳນາດກ່ອນນີ້ 20 ປີ.    ປັດຈຸບັນປະຊາຄົມໂລກຍັງຕິດຕາມບັນດາການກະທຳໃໝ່ຂອງຕາລີບານໃນການບໍລິຫານປະເທດຊາດ ໃນນັ້ນມີບັນຫາສິດຂອງແມ່ຍິງແລະ ເດັກຍິງທີ່ໄດ້ຮັບຄວາມສົນໃຈເປັນພິເສດ.

ຕອບກັບ

ຂ່າວ/ບົດ​ອື່ນ