ຄະນະຜູ້ແທນພັກກອມມູນິດຫວຽດນາມ ຢ້ຽມຢາມຈີນ

ຄະນະຜູ້ແທນພັກກອມມູນິດຫວຽດນາມ ຢ້ຽມຢາມຈີນ - ảnh 1
ທ່ານ ​ເວື​ອງດິງ​ເຫ້ວ, ກຳມະການ​ສູນ​ກາງ​ພັກຫົວໜ້າ​ຄະນະ​ເສດຖະກິດ​ສູນ​ກາງ
ແລະ ທ່ານ​ກຳ​ມະການລັດຖະມົນຕີຈີນ ຫວາງ​ຫວ໋ໍ
(ພາບ: vtc.vn)


(vovworld) - ຄະນະ​ຜູ້​ແທນ​ພະນັກງານພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ ​ເວື​ອງດິງ​ເຫ້ວ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ເສດຖະກິດ​ສູນ​ກາງ​ນຳ​ໜ້າ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຈີນ​ແຕ່​ວັນ​ທີ 30/06 – 06/07. ວັນ​ທີ 02/07, ຢູ່​ນະຄອນຫຼວງ​ປັກ​ກິ​ງ, ທ່ານ​ກຳ​ມະການລັດຖະມົນຕີ ຫວາງ​ຫວ໋ໍ, ​ໄດ້​ຕາງໜ້າ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ຕ້ອນຮັບ​ຄະນະ. ທີ່​ການ​ຕ້ອນຮັບ, ທ່ານ​ ຫວາງ​ຫວ໋ໍ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ ກໍ່​ຄື​ໃນ​ວຽກ​ງານ​ກໍ່ສ້າງ​ພັກ​ຂອງ​ຫວຽດນາມ; ຢືນຢັນວ່າ ພັກ, ລັດ ​ແລະ ປະຊາຊົນ​ຈີນ ​ຖື​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ​ຫວຽດນາມ ​ເປັນ​ສຳຄັນ ​ແລະ ໝັ້ນ​ໝາຍ​ຈະພ້ອມ​ກັບ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ຮ່ວມ​ມື​, ຮ່ວມ​ແຮງ​ຮ່ວ​ມ​ໃຈປັບປຸງ​ ​ແລະ ພັດທະນາການ​ພົວພັນ​ນັ້ນ.
ຂ່າວ/ບົດ​ອື່ນ