ຄະນະພົວພັນຕ່າງປະເທດສູນກາງພັກຈັດກອງປະຊຸມທາງອອນລາຍແຈ້ງຂໍ້ມູນກ່ຽວກັບໝາກຜົນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ

(VOVWORLD) -ທ່ານ ຮ່ວາງບິ່ງກວັນ ຢືນຢັນວ່າ, ພັກ ແລະ ລັດຫວຽດນາມ ຍາມໃດກໍ່ມີຄວາມສະເໝີຕົ້ນສະເໝີປາຍຖືເປັນສຳຄັນການພົວພັນທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ສະຫະພັນລັດເຊຍ.
ຄະນະພົວພັນຕ່າງປະເທດສູນກາງພັກຈັດກອງປະຊຸມທາງອອນລາຍແຈ້ງຂໍ້ມູນກ່ຽວກັບໝາກຜົນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ - ảnh 1ທີ່ກອງປະຊຸມທາງອອນລາຍ
(ພາບ: TTXVN)

ວັນທີ 25 ກຸມພາ, ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ຈັດກອງປະຊຸມທາງອອນລາຍເພື່ອແຈ້ງຂໍ້ມູນກ່ຽວກັບໝາກຜົນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໃຫ້ອານາດການປົກຄອງນະຄອນ Saint Petersburg ແລະ ອົງການຈັດຕັ້ງຈຳນວນໜຶ່ງ ພ້ອມກັບນັກຮຽນຮູ້, ນັກຄົ້ນຄວ້າຂອງສະຫະພັນລັດເຊຍ ຫຼາຍທ່ານ. ທ່ານ ຮ່ວາງບິ່ງກວັນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ເປັນປະທານກອງປະຊຸມ ແລະ ແຈ້ງໃຫ້ຊາບເຖິງບັນດາໝາກຜົນຕົ້ນຕໍຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ຕາມນັ້ນແລ້ວ ກໍ່ຕີລາຄາສັງລວມກ່ຽວກັບໝາກຜົນການປະຕິບັດມະຕິຂອງປະຊຸມໃຫຍ່ຄັ້ງທີ 12, ໝາກຜົນຂອງ 35 ປີແຫ່ງການປ່ຽນແປງໃໝ່ ແລະ 30 ປີແຫ່ງການປະຕິບັດໂຄງການການເມືອງສ້າງສາປະເທດຊາດ; ຕີລາຄາກ່ຽວກັບສະພາບການຂອງໂລກ ແລະ ພາກພື້ນ…

ກ່ຽວກັບທິດທາງ, ນະໂຍບາຍການຕ່າງປະເທດ, ຫວຽດນາມ ສືບຕໍ່ປະຕິບັດຢ່າງສະເໝີຕົ້ນສະເໝີປາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍທິດຫຼາຍຝ່າຍ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຍົກສູງທີ່ຕັ້ງ, ອິດທິພົນຊື່ສຽງຂອງຫວຽດນາມ ຢ່າງບໍ່ຢຸດຢັ້ງ; ທ່ານ ຮ່ວາງບິ່ງກວັນ ຢືນຢັນວ່າ, ພັກ ແລະ ລັດຫວຽດນາມ ຍາມໃດກໍ່ມີຄວາມສະເໝີຕົ້ນສະເໝີປາຍຖືເປັນສຳຄັນການພົວພັນທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ສະຫະພັນລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ