“ຄ້າຍພັກ​ແລ້ງ ດອກ​​ຕາ​ເວັນ”: ຮ່ວມ​ແຮງ​ຮ່ວມ​ໃຈ​ເບິ່ງ​ແຍງ​ດູ​ແລ, ປົກ​ປ້ອງ​ເດັກ​ນ້ອຍ​ດ້ວຍ​ຄວາມ​ຮັກ​ແພງ​ຢ່າງ​ສຸດ​ໃຈ

(VOVWORLD) - ຄ້າຍພັກແລ້ງໄດ້ຈັດຂຶ້ນເພື່ອແນໃສ່ແບ່ງປັນ, ສົ່ງເສີມຈິດໃຈຜ່ານຜ່າຄວາມຫຍຸ້ງຍາກຂອງນ້ອງໆ, ແຜ່ຂະຫຍາຍຈິດໃຈມະນຸດສະທຳອັນສູງສົ່ງຂອງ ແມ່ຜູ້ມີພະຄຸນ,
“ຄ້າຍພັກ​ແລ້ງ ດອກ​​ຕາ​ເວັນ”: ຮ່ວມ​ແຮງ​ຮ່ວມ​ໃຈ​ເບິ່ງ​ແຍງ​ດູ​ແລ, ປົກ​ປ້ອງ​ເດັກ​ນ້ອຍ​ດ້ວຍ​ຄວາມ​ຮັກ​ແພງ​ຢ່າງ​ສຸດ​ໃຈ - ảnh 1ທ່ານ ຫງວຽນຮ່ວາບິ່ງ ຜູ້ວ່າການສານປະຊາຊົນສູງສຸດ ກ່າວຄຳເຫັນທີ່ລາຍການ (ພາບ: qdnd.vn)

ໂດຍຕອບສະໜອງເດືອນກິດຈະທຳເພື່ອເດັກ (01-30 ມິຖຸນາ) ແລະ ວັນຄອບຄົວ ຫວຽດນາມ (28 ມິຖຸນາ), ຕອນຄ່ຳວັນທີ 8 ມິຖຸນາ ຢູ່ຮ່າໂນ້ຍ, ສູນກາງສະຫະພັນແມ່ຍິງ ຫວຽດນາມ ໄດ້ສົມທົບກັບກົມໃຫຍ່ການເມືອງກອງທັບ ປະຊາຊົນ ຫວຽດນາມ ຈັດລາຍການສະຫຼຸບ “ຄ້າຍພັກແລ້ງ ດອກຕາເວັນ”.

        ຄ້າຍພັກແລ້ງທີ່ໄດ້ດຳເນີນໃນລະຫວ່າງວັນທີ 7 – 8 ມິຖຸນາ ແມ່ນ ເຫດການໄດ້ຈັດຂຶ້ນຄັ້ງທຳອິດເພື່ອແນໃສ່ແບ່ງປັນ, ສົ່ງເສີມຈິດໃຈຜ່ານຜ່າຄວາມຫຍຸ້ງຍາກຂອງນ້ອງໆ, ແຜ່ຂະຫຍາຍຈິດໃຈມະນຸດສະທຳອັນສູງສົ່ງຂອງ ແມ່ຜູ້ມີພະຄຸນ, ພ້ອມທັງຮັບຮູ້, ສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນຂອງທຸກຂັ້ນ, ທຸກຂະແໜງການ, ບັນດາອົງການຈັດຕັ້ງ, ສ່ວນບຸກຄົນ ແລະ ທົ່ວສັງຄົມໃນການສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ເດັກກຳພ້າ ຍ້ອນພະຍາດໂຄວິດ - 19 ແລະ ບັນດາເຫດການຕ່າງໆ ສືບຕໍ່ມີເງື່ອນໄຂເຕີບໂຫຍ່, ພັດທະນາຢ່າງຮອບດ້ານໃນສະພາບແວດລ້ອມແຫ່ງຄວາມສະຫງົບສຸກ, ຄວາມຜາສຸກຂອງຄອບຄົວ ແລະ ປະຊາຄົມ. ທ່ານນາງ ຮ່າທິງາ, ປະທານສະຫະພັນແມ່ຍິງ ຫວຽດນາມ ເນັ້ນໜັກວ່າ:

        ສະຫະພັນແມ່ຍິງ ຫວຽດນາມ ມີຄວາມ ຕື້ນຕັນໃຈ ເມື່ອເຫັນປະຈັກຕາຈິດໃຈຄວາມຮັກແພງ ແລະ ເປີດກວ້າງຂອງແມ່ຜູ້ມີພະຄຸມກ່ວາ 23.000 ຄົນ ທັງທາງກົງ ແລະ ທາງອ້ອມໃນທົ່ວປະເທດ. ເຖິງວ່າເຂົາເຈົ້າມີວຽກເຮັດງານທຳ, ມີເງື່ອນໄຂທີ່ແຕກຕ່າງກັນກໍ່ຕາມ ແຕ່ເຂົາເຈົ້າລ້ວນແຕ່ມີໝາກຫົວໃຈແຫ່ງຄວາມເມດຕາປານີຂອງຜູ້ເປັນແມ່ເຖົ້າ, ຜູ້ເປັນແມ່ ພ້ອມແລ້ວທີ່ຈະຮັບເອົາລູກ, ມີບາງຄົນຮັບ ລູກເຖິງ 36 ຄົນ ເພື່ອ ຮັກແພງ, ແບ່ງປັນ, ຮ່ວມເດີນທາງ, ຊ່ວຍເຫຼືອນ້ອງໆກ້າວເດີນບົນເສັ້ນທາງຢູ່ເບື້ອງໜ້າຢ່າງໝັ້ນແກ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ