ຄ້າຍພັກແລ້ງຫວຽດນາມ ປີ 2014


ຄ້າຍພັກແລ້ງຫວຽດນາມ ປີ 2014 - ảnh 1

(ພາບ: phapluat)

 (vovworld)- ​ ດ້ວຍ​ຫົວ​ເລື່ອງ “ທະ​ເລ​ໝູ່ເກາະ​​ແຫ່ງບ້ານ​ເກີດ​ເມືອງ​ນອນ“ ນັ້ນ, ຄ້າຍ​ພັກ​ແລ້ງ​ປີ 2014 ​ນີ້​ດຳ​ເນີນ​ໄປ​ແຕ່​ວັນ​ທີ 8-27/7 ຢູ່​ຫຼາຍ​ທ້ອງ​ຖິ່ນ​ໃນ 3 ພາກເພື່ອ​ແນ​ໃສ່​ຕອບ​ສະ​ຫນອງ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ທົ່ວ​ປະ​ເທດ​​ເພື່ອ​ອະທິປະ​ໄຕ​ເຂດ​ທະ​ເລໝູ່ເກາະອັນ​ສັກສິດ​ຂອງ​ປະ​ເທດ​ຊາດ ​ແລະ ບັນດາ​ວັນ​ບຸນ​ໃຫ່ຍຂອງ​ຊາດ. ຜູ້​ແທນ​ປະມານ 170 ຄົນ​ຊື່​ງ​ແມ່ນ​ພວກ​ນ້ອງ​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ຮ່ຳຮຽນ, ອອກ​ແຮງ​ງານ ​ແລະ ​ໄດ້​ປະກອບສ່ວນ​ຫຼາຍ​ຢ່າງ​ເຂົ້າ​ໃນ​ຂະ​ບວນການ​ສ້າງ​ປະຊາ​ຄົມ​ສາມັກຄີ ​ແລະ ອວ່າຍ​ເມືອ​ຫາບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ​ຈະ​ກັບ​ເມືອ​ປະ​ເທດເຂົ້າຮ່ວມຄ້າຍ​ພັກ​ແລ້ງ.

  ​ໃນ​ການ​ປະຊຸມ​ຂ່າວ​ເມື່ອ​ຕອນ​ເຊົ້າວັນ​ທີ 3/7, ຢູ່​ຮ່າ​ໂນ້ຍ, ທ່ານ​ດັ້ງ​ເທ​ຮຸ່ງ, ຮອງ​ປະທານ​ຄະນະ​ກຳມະການ​ແຫ່ງ​ລັດກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໃຫ້​ຮູ້​ວ່າ: 1 ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ​ຂອງຄ້າຍ​ພັກ​ແລ້ງ​ຫວຽດນາມ ປີ 2014

​ແມ່ນຊ່ວຍ​ຊາວ​ໜຸ່ມ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ມີ​ເງື່ອນ​ໄຂ​​ໄດ້ສຳ​ພັດ​ ​ແລະ ​ເຂົ້າ​ໃຈ​ເລິກ​ກ່ວາ​ກ່ຽວ​ກັບອະທິປະ​ໄຕ​ເຂດ​ທະ​ເລໝູ່ເກາະ​ຂອງ​ປະ​ເທດ​ຊາດ, ກ່ຽວ​ກັບ​ມູນ​ເຊື້ອ​ຮັກ​ຊາດ, ນ້ຳໃຈ​ສາມັກຄີ​ຂອງ​ບັນດາ​ຊົນ​ເຜົ່າ​ຫວຽດນາມ, ຜ່ານ​ນັ້ນ, ຍົກ​ສູງຄວາມ​ເອກອ້າງ​ທະລົງ​ໃຈ, ຕິດ​ພັນ​ກັບ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ​ຂອງ​ພວກ​ນ້ອງ./.

ຂ່າວ/ບົດ​ອື່ນ