ຄ່ຳຄືນສະແດງລະຄອນກາຍເລືອງພິເສດ “ເລື່ອງຄວາມຮັກ ເຄົາຫວາຍ”

(VOVWORLD) -“ເລື່ອງຄວາມຮັກ ເຄົາຫວາຍ” ໄດ້ສ້າງຂຶ້ນຈາກເທບນິຍາຍກ່ຽວກັບ “ຕະຫຼາດແຫ່ງຄວາມຮັກ ເຄົາຫວາຍ” ຢູ່ແຂວງ ຮ່າຢາງ.
ຄ່ຳຄືນສະແດງລະຄອນກາຍເລືອງພິເສດ “ເລື່ອງຄວາມຮັກ ເຄົາຫວາຍ” - ảnh 1(ບົດລະຄອນກາຍເລືອງ “ເລື່ອງຄວາມຮັກ ເຄົາຫວາຍ”)

ຕອນຄ່ຳວັນທີ 12 ກໍລະກົດ, ຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ, ໄດ້ເປີດຕົວບົດລະຄອນກາຍເລືອງ “ເລື່ອງຄວາມຮັກ ເຄົາຫວາຍ” ທີ່ປ່ຽນຮູບແບບຈາກບົດກະວີຂອງທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນເທ໊ກີ, ຜູ້ອຳນວຍການໃຫຍ່ VOV ແລະ ນັກສິລະປິນປະຊາຊົນ, ຜູ້ກຳກັບການສະແດງ ຈ້ຽວຈູງກຽນ ສ້າງຂຶ້ນ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ; ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ; ທ່ານປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ເຈິ່ງແທັງເມີນ ໄດ້ເຂົ້າຮ່ວມລາຍການສະແດງ.

        “ເລື່ອງຄວາມຮັກ ເຄົາຫວາຍ” ໄດ້ສ້າງຂຶ້ນຈາກເທບນິຍາຍກ່ຽວກັບ “ຕະຫຼາດແຫ່ງຄວາມຮັກ ເຄົາຫວາຍ” ຢູ່ແຂວງ ຮ່າຢາງ. ການສະແດງບົດລະຄອນຢູ່ເວທີສະແດງນີ້ ໄດ້ສ້າງແຫຼ່ງອາລົມຈິດໃຫ້ຜູ້ຊົມດ້ວຍຫຼາຍຮູບການທີ່ແຕກຕ່າງກັນຢູ່ທັງພາກເໜືອ ແລະ ພາກໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ