ຄຳເຫັນຂອງຜູ້ມີສິດເລືອກຕັ້ງກ່ຽວກັບວາລະຕອບຄຳຊັກຖາມຂອງທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ

ຄຳເຫັນຂອງຜູ້ມີສິດເລືອກຕັ້ງກ່ຽວກັບວາລະຕອບຄຳຊັກຖາມຂອງທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ - ảnh 1
(ພາບປະກອບ)

(vovworld)- ​ວາ​ລະ​ຊັກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ໃນ​ຕ​ອນ​ເຊົ້າ​ວັນ​ທີ 13/6 ໄດ້​ດຶງ​ດູດ​ຄວ​າ​ມ​ສົນ​ໃຈ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ທ່ານ ຫງວຽນ​ວັນ​ຈູງ ຢູ່ ຕາ​ແສງ ເຟືອກ​ລອງ ນະ​ຄອນ​ຍາ​ຈາງ ແຂວງ ແຄງ​ຮ່​ວາ ໃຫ້​ຮູ້​ວ່າ: ທ່ານ​ມີ​ຄວາມ​ພຶງ​ພໍ​ໃຈ​​ຕໍ່​ການ​ຕອບ​ຄຳ​ຊັກ​ຖາມ​ຂອງ​ທ່ານ​ຮອງ​ນາ​ຍົກລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟຸກ ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ຍົກ​ສູງ​ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ຜະ​ລິດ​ພາຍ​ໃນ​ປະ​ເທດ​ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ສ່ວນ​ທ່ານ ດັ້ງ​ກີມ​ເຊີນ, ຜູ້​ຊ່ຽວ​ຊານ​ເສດ​ຖະ​ກິດ​ກະ​ສິ​ກຳ ຖື​ວ່າ:

        “ບັນ​ດາ​ຄຳ​ຖາມ​ຂອງ ສ​ະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ການ​ຕອບ​ຄຳ​ຊັກ​ຖາມ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແມ່ນ​ກົງ​ໄປ​ກົງ​ມາ. ແຕ່​ຕາມ​ຂ້າ​ພະ​ເຈົ້າ​ແລ້ວ ລັດ​ຖະ​ບານ​ຄວນ​ວາງ​ອອກ​ບັນ​ດາ​ໂຄງ​ການ, ມາດ​ຕະ​ການ​ມີ​ລັກ​ສະ​ນະ​ຍຸກ​ທະ​ສາດ ຍາວ​ນານ ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຄື: ການ​ຈຳ​ຫນ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເປັນ​ປົກ​ກະ​ຕິ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ໂລກ ແລະ ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດ​ໃນ​ຂົງ​ເຂດ​ກະ​ສິ​ກຳ​ຫລາຍກວ່າ.”


ຂ່າວ/ບົດ​ອື່ນ