ງານ​ຕະຫຼາດ​ນັດ ຫວຽດ​ນາມ - ລາວ 2022: ເພີ່ມ​ທະ​ວີ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕ​ະ​ພາບ, ການ ​ແລກ​ປ່ຽນ​ການ​ຄ້າ

(VOVWORLD) - ຕອນເຊົ້າວັນທີ 3 ພະຈິກ, ຢູ່ນະຄອນຫຼວງ ວຽງຈັນ (ປະເທດລາວ), ກະຊວງປ້ອງກັນປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ສົມທົບກັບກະຊວງປ້ອງກັນປະເທດ, ກະຊວງອຸດສາຫະກຳ ແລະ ກະສິກຳ ລາວ ຈັດງານຕະຫຼາດນັດວາງສະແດງ ຫວຽດນາມ - ລາວດ້ວຍຫົວຂໍ້ “ຂ່ຳນັບຮັບຕ້ອນປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022”.

ງານ​ຕະຫຼາດ​ນັດ ຫວຽດ​ນາມ - ລາວ 2022: ເພີ່ມ​ທະ​ວີ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕ​ະ​ພາບ, ການ ​ແລກ​ປ່ຽນ​ການ​ຄ້າ - ảnh 1ງານຕະຫຼາດນັດ ຫວຽດນາມ - ລາວ 2022

ເຂົ້າຮ່ວມງານຕະຫຼາດນັດມີຮ້ານວາງສະແດງ ປະມານ 120 ຮ້ານຂອງ 90 ຫົວໜ່ວຍ, ວິສາຫະກິດມາຈາກຫວຽດນາມ, ໃນນັ້ນມີ ວິສາຫະກິດກອງທັບປະມານ 30 ຮ້ານ. ພ້ອມກັນນັ້ນ, ແມ່ນຮ້ານວາງະແດງສິນຄ້າ ເກືອບ 30 ຮ້ານຂອງບັນດາວິສາຫະກິດລາວ ແລະ ວິສາຫະກິດຕ່າງປະເທດ. ງານຕະຫຼາດນັດແມ່ນໜຶ່ງໃນບັນດາການເຄື່ອນໄຫວດ້ານການເມືອງ - ສັງຄົມມີຂອບຂະໜາດໃຫຍ່ ເພື່ອຂ່ຳນັບຮັບຕ້ອນປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022, ແມ່ນການເຄື່ອນໄຫວມີຫຼາຍຄວາມໝາຍ, ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງປະຊາຊົນສອງປະເທດ ແລະ ກໍ່ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ເວົ້າລວມ ແລະ ວິສາຫະກິດຂອງກອງທັບຫວຽດນາມ ເວົ້າສະເພາະມີໂອກາດພົບປະແລກປ່ຽນ, ຊອກຫາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ, ເປີດກວ້າງການພົວພັນແລກປ່ຽນກັບບັນດາວິສາຫະກິດລາວ, ວິສາຫະກິດກອງທັບລາວ ແລະ ວິສາຫະກິດບັນດາປະເທດ ສະມາຊິກອາຊຽນ. ງານຕະຫຼາດນັດໄດ້ເປີດຮອດວັນທີ 7 ພະຈິກຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ