ງານ​ຕະຫຼາດນັດ ອາຊຽນ - ຈີນ ຄັ້ງ​ທີ 17 ຈະ​ຈັດ​ຂຶ້ນ​ໃນ​​ເດືອນ​ກັນຍາ​ຄື​ທຸກໆປີ

(VOVWORLD) -     ງານຕະຫຼາດນັດ ອາຊຽນ - ຈີນ ຄັ້ງທີ 17 (CAEXPO 2020) ຈະຈັດຂຶ້ນໃນລະຫວ່າງວັນທີ 18 – 21 ກັນຍາ, ຢູ່ແຂວງໜານໜິງ, ເມືອງເອກຂອງເຂດປົກຄອງດ້ວຍຕົນເອງຊົນເຜົ່າ ຈວາງ ແຂວງກວາງຕຸງ, ຄືທຸກໆປີ.
ງານ​ຕະຫຼາດນັດ ອາຊຽນ - ຈີນ ຄັ້ງ​ທີ 17 ຈະ​ຈັດ​ຂຶ້ນ​ໃນ​​ເດືອນ​ກັນຍາ​ຄື​ທຸກໆປີ - ảnh 1(ພາບປະກອບ: CAEXPO) 

    ງານວາງສະແດງສິນຄ້າປະເພດເຄື່ອງກົນຈັກໄຟຟ້າ ລະຫວ່າງບັນດາປະເທດສະມາຊິກ ອາຊຽນ ແລະ ຈີນ ທີ່ຈັດຂຶ້ນຢູ່ຫວຽດນາມ ກໍແມ່ນໜຶ່ງໃນບັນດາກິດຈະກໍາຍ່ອຍຂອງງານຕະຫຼາດນັດດັ່ງກ່າວ.

        ໃນຂອບເຂດຂອງເຫດການດັ່ງກ່າວໃນປີນີ້ ຈະດໍາເນີນການເຄື່ອນໄຫວສໍາຄັນຫຼາຍຢ່າງ ຄື ງານວາງສະແດງກ່ຽວກັບຂົງເຂດການເງິນ, ການທ່ອງທ່ຽວ, ເຄື່ອງປ່າຂອງດົ່ງ ແລະ ເຄື່ອງເຟີນີເຈີ ລະຫວ່າງບັນດາປະເທດ ອາຊຽນ ແລະ ຈີນ, ກອງປະຊຸມ ເຂົ້າສານ ໂລກ, ງານວາງສະແດງຜະລິດຕະພັນ ເຄື່ອງກົນຈັກ ແລະ ເຄື່ອງເອເລັກໂຕນິກ ຈີນ - ອາຊຽນ ຢູ່ຫວຽດນາມ. ລາວ ຈະແມ່ນປະເທດກິດຕິມະສັກໃນງານຕະຫຼາດນັດຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ