ງານບຸນຕັ້ງຄ້າຍ”ຄວາມເອກອ້າງທະນົງໃຈຕໍ່ໄຊຊະນະດ້ຽນບຽນຝູ”

ງານບຸນຕັ້ງຄ້າຍ”ຄວາມເອກອ້າງທະນົງໃຈຕໍ່ໄຊຊະນະດ້ຽນບຽນຝູ” - ảnh 1
ບັນດາສະມາຊິກ ຊາວ​ໜຸ່ມ​ແຂວງ​ເທື່ອ​ທຽນ​ເຫວ໋ ເຂົ້າຮ່ວມງານບຸນຢ່າງຕັ້ງໜ້າ

(vovworld) – ຕອນ​ເຊົ້າ​ວັນ​ທີ 3/5, ຄະນະ​ຊາວ​ໜຸ່ມ​ແຂວງ​ເທື່ອ​ທຽນ​ເຫວ໋ ​ແລະ ສະມາຄົມ​ນັກຮົບ​ເກົ່າ ກຸ່ມ​ບັນດາ​ອົງການ​ໃນ​ແຂວງ ​ໄດ້​ສົມທົບ​ກັນ​ ຈັດ​ຕັ້ງງານ​ບຸນ​ຕັ້ງຄ້າຍ ​”​ຄວາມເອກອ້າງ​ທະ​ນົງ​ໃຈ​ຕໍ່​ໄຊຊະນະ​ດ້ຽນບຽນ​ຝູ” ຢູ່​ເຂດ​ຮ່ອງຮອຍ​ປະຫວັດສາດ ການ​ປະຕິວັດ ຈິ໋ນ​ເຫິ່ມ, ຕາ​ແສງ​ອານ​ໄຕ, ນະຄອນ​ເຫວ໋. ​ໃນ 2 ວັນ​ດຳ​ເນີນ ​ ງານບຸນ​ຕັ້ງ​ຄ້າຍມີ​ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ວາດ​ພາບ​ໃຫ້​ເຫັນ​ບັ້ນ​ຮົບ, ບັນຍາກາດ​ສະຫງ່າ​ອົງອາດ​ຂອງ​ໄຊຊະນະປະຫວັດສາດ​ດ້ຽນບຽນ​ຝູ. ​ໃນ​ໂອກາດ​ນີ້, ຄະນະ​ຊາວ​ໜຸ່ມ​ແຂວງ​ເທື່ອ​ທຽນ​ເຫວ໋ ບໍລິຈາກ​ເງິນ​ໄດ້ 100 ລ້ານ​ດົ່ງ ​ເພື່ອ​ໜູນ​ຊ່ວຍ​ໃຫ້​ຊາວ​ໜຸ່ມ ​ແລະ ປະຊາຊົນ​ແຂວງ​ດ້ຽນບຽນ. ທ່ານ ຫງວຽນ​ຈີ໋ກວາງ, ​ເລຂາ​ຄະນະ​ຊາວ​ໜຸ່ມ​ແຂວງ​ເທື່ອ​ທຽນ​ເຫວ໋, ​ໃຫ້​ຮູ້​ວ່າ:

        ”ບຸນ​ຕັ້ງຄ້າຍ​ຄັ້ງ​ນີ້​ແມ່ນ​​ໂອກາດ​ເພື່ອ​ໃຫ້​ບັນດາ​ສະມາຊິກ​ຊາວ​ໜຸ່ມ​ໃນ​ ແຂວງ​ພົບ​ປະ​ແລກປ່ຽນ, ຫວນ​ຄືນ​ຈຸດ​ເວລາ​ປະຫວັດສາດ, ການ​ເສຍສະຫຼະ​ອັນ​ໃຫຍ່​ຫຼວງ​ຂອງ​ທະຫານ​ຫວຽດນາມ​ ເພື່ອ​ສ້າງ​ເປັນ​ໄຊຊະນະ​ປະຫວັດສາດ​ທີ່​ດັງ​ກ້ອງ​ກັງວານ​ໄປ​ທົ່ວ 5 ທະວີບ​. ​ໃນງານ​ບຸນ​ຕັ້ງ​ຄ້າຍ​ຄັ້ງນີ້, ພວກ​ຂ້າພະ​ເຈົ້າ​ກໍ່​ໄດ້​ລົງມື​ກໍ່ສ້າງ​​ເຮືອນ​​ເພື່ອນ​ຮ່ວມ​ກົມ​ກອງ 2 ຫຼັງ ​ເພື່ອ​ຊ່ວຍ​ໃຫ້​ນັກຮົບ​ປ້ອງ​ກັນຊາຍ​ແດນທີ່​ພວມ​ປະຕິບັດ​ງານ​ຢູ່​ເຂດ​ຊາຍ​ແດນ 1 ຄົນ ​ແລະ ພະນັກງານ​ຊາວ​ໜຸ່ມ​ທີ່​ປະສົບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ 1 ຄົນ”.

 

 

 

ຂ່າວ/ບົດ​ອື່ນ