(vovworld) - ວັນທີ 06/04, ຢູ່ເຂດປູຊະນີຍະສະຖານວິຫານຮຸ່ງ, ຄະນະຈັດຕັ້ງພິທີໄຫວບູຊາເຈົ້າຊີວິດຮຸ່ງ - ງານບູນວິຫານຮຸ່ງປີມະເມຍ 2014 ໄດ້ຈັດງານບູນແຂ່ງຂັນຫໍ່, ຕົ້ມເຂົ້າຕົ້ມ, ຕຳເຂົ້າໜົມໄຢ່ ຖະຫວາຍບັນດາເຈົ້າຊີວິດຮຸ່ງ. ເຂົ້າຮ່ວມງານບູນມີບັນດາທິມຄື: ຮ່ວາບິ່ງ, ຟຸ໋ທ້ໍ 1, ຟຸ໋ທ້ໍ 2, ຫາຍເຢືອງ ແລະ ຮ່າໂນ້ຍ. ໝາກຜົນຂອງງານແຂ່ງຂັ້ນມີຢູ່ວ່າ, ທິມຮ່າໂນ້ຍ ຍາດໄດ້ລາງວັນທີ່ໜຶ່ງ ດ້ວຍການແຂ່ງຂັ້ນຕຳເຂົ້າໜົມໄຢ່, ທິມຟຸ໋ທ້ໍ 2 ຍາດໄດ້ລາງວັນທີ 1 ກ່ຽວກັບການຫໍ່, ຕົ້ມເຂົ້າຕົ້ມ. 2 ທິມດັ່ງກ່າວເປັນກຽດໄດ້ຖະຫວາຍເຂົ້າຕົ້ມ ແລະ ເຂົ້າໜົມໄຢ່ຕໍ່ເຈົ້າຊີວິດຮຸ່ງ ໃນວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ປີ 2014. ງານແຂ່ງຂັນຫໍ່ເຂົ້າຕົ້ມ ແລະ ຕຳເຂົ້າໜົມໄຢ່ ໄດ້ຈັດຂຶ້ນປະຈຳປີ ເພື່ອສະແດງຄວາມນັບຖື, ຄວາມຮູ້ບູນຄຸນຕໍ່ບັນດາເຊົ້າຊີວິດຮຸ່ງ ທີ່ມີຄຸນງາມຄວາມດີໃນການກໍ່ສ້າງປະເທດຊາດ, ສ້າງຮີດຄອງປະເພນີທີ່ເປັນມູນເຊື້ອອັນດີງາມຂອງຊາດ.