ງານບຸນໜັງສືພິມລະດູບານໃໝ່ 2017

ງານບຸນໜັງສືພິມລະດູບານໃໝ່ 2017 - ảnh 1
(ງານບຸນໜັງສືພິມລະດູບານໃໝ່ 2017)

(vovworld) - ວັນ​ທີ 09/03, ຢູ່​ສູນ​ງານ​ບຸນ ໄຕ​ທຽນ, ເມືອງ ຕາມ​ດາວ, ສະ​ມາ​ຄົມ​ນັກ​ຂ່າວ​ແຂວງ ວິ້ງ​ຟຸ໋ກ ໄດ້​ສົມ​ທົບ​ກັບ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ຄະ​ນະ​ພັກ​ແຂວງ, ພະ​ແນກ​ຖະ​ແຫຼງ​ຂ່າວ ແລະ ສື່​ສາ​ນ, ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອ​ງ​ທ່ຽວ ໄດ້​ໄຂ​ງານ​ບຸນ​ໜັງ​ສື​ພິມ​ລະ​ດູ​ບານ​ໃໝ່ ວິ້ງ​ຟຸ໋ກ ​ປີ 2017. ງານ​ບຸນ​ມີ​ຮ້ານວາງ​ສະ​ແດງ 10 ຮ້ານ, ​ເຊິ່ງ​ໄດ້ແນະ​ນຳ​ບັນ​ດາສື່​​ສິ່ງພິມ, ບັນ​ດາ​ບົດ​ປະ​ພັນ​ວັນ​ນະ​ຄະ​ດີ​ສີ​ລະ​ປະ; ​ໂຄ​ສະ​ນາ​ບັນ​ດາ​ຜົນ​ງາ​ນ​ພົ້ນ​ເດັ່ນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​, ສັງ​ຄົມ​ຂອງ​ແຂວງ ວິ້ງ​​ຟຸ໋ກ ​ທີ່​ບັນ​ລຸ​ໄດ້ພາຍ​ຫຼັງ 20 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ຄືນ​ໃໝ່.

        ແລະ​ກໍ່​ໃນ​ວັນ​ທີ 09/03, ຢູ່​ຫໍ​ພິ​ພິ​ຕະ​ພັນ​ນະ​ຄອນ​ເກີນ​ເທີ, ພະ​ແນກ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ໄດ້​ສົມ​ທົບ​ກັບ​ພະ​ແນກ​ຖະ​ແຫຼງ​ຂ່າວ ແລະ ສື່​ສາ​ນ, ສະ​ມາ​ຄົມ​ນັກ​ຂ່າວ​ນະ​ຄອນ​ເກີນ​ເທ​ີ ຈັດ​ພິ​ທີ​ສະ​ຫຼຸບ​ງານ​ບຸນໜັງ​ສື​ພິມ​ລະ​ດູ​ບານ​ໃໝ່ ແລະ ​ການ​ເສັງສ​ື່​ສິງ​ພິມ​ລະ​ດູ​ບານ​ໃໝ່​ປີ​ລະ​ກາ 2017, ພ້ອມ​ທັງ​ປຸກ​ລະ​ດົມ​ງານ​ບຸນໜັງ​ສືພິມ​ລະ​ດູ​ບານ​ໃໝ່ ແລະ ການ​ເສັງ​ສື່​ສິ່ງ​ພິມ​ລະ​ດູ​ບານ​ໃໝ່​ປີຈໍ 2018.

ຂ່າວ/ບົດ​ອື່ນ