ງານພົບປະແລກປ່ຽນ “ແກ້ໄຂຜົນຮ້າຍຢ້ອນຫຼັງ ຈາກລູກລະເບີດບໍ່ທັນແຕກ ເພື່ອຄວາມສະຫງົບສຸກ“

ງານພົບປະແລກປ່ຽນ “ແກ້ໄຂຜົນຮ້າຍຢ້ອນຫຼັງ ຈາກລູກລະເບີດບໍ່ທັນແຕກ ເພື່ອຄວາມສະຫງົບສຸກ“ - ảnh 1

(ພາບປະກອບ:vtv.vn)

(vovworld)- ຕອນ​ຄ່ຳ​ວັນ​ທີ 31/3, ຢູ່​ສູນ​ກະຈາຍສຽງ​ແຫ່ງ​ຊາດ, ​ເຮືອນ​ເລກທີ 58 ຖະໜົນ​ກວານ​ຊື-ຮ່າ​ໂນ້ຍ, ​ໄດ້​ຈັດງານ​ພົບ​ປະ​ແລກປ່ຽນ “​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລູກ​ລະ​ເບີດບໍ່​ທັນ​ແຕກ​ເພື່ອ​ຄວາມ​ສະຫງົບ​ສຸກ“. ປະຈຸ​ບັນ, ທົ່ວ​ປະ​ເທດ​ຍັງມີລູກລະ​ເບີດ​ບໍ່​ທັນ​ແຕກ​ທີ່​ຍັງ​ຕົກ​ຄ້າງ​ຫຼັງ​ສົງຄາມ​ປະມານ​ແຕ່ 600-800 ​ໂຕນ, ກໍ່​ມົນ​ລະ​ພິດ​​ເນື້ອ​ທີ່​ດິນ​ປະມານ 6,6 ລ້ານ​ແຮັກ​ຕາ. ​ໃນ 30 ປີຜ່ານມາ, ຫວຽດນາມ ​ໄດ້​ຊອກ​ຫາ, ​ເກັບກູ້​ລູກ​ລະ​ເບີດ, ໝາກ​ໝິ່ນປະ​ເພດ​ຕ່າງໆນັບ​ລ້ານລູກ​, ບຸກ​ເບີກ​ເນື້ອ​ທີ່​ດິນ​ຮັບ​ໃຊ້​ການ​ຜະລິດ​ນັບ​​ແສນ​ແຮັກ​ຕາ ​ແລະ ​ເຮັດ​ໃຫ້​ຊີວິດ​ປະຊາຊົນຂອງ​ເປັນ​ປົກກະຕິ.

   ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ທ້ຽນ​ເຍີ​ນ ​ໄດ້​ຮັບ​ຮູ້​ຄວາມ​ມານະ​ພະຍາຍາມ​ຂອງ​ກຳລັງ​ຊ່າງ​ແສງ, ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ຂອບ​ອົກ​ຂອບໃຈການ​ຮ່ວມ​ມື​ຂອງ​ບັນດາ​ອົງການ​ຈັດຕັ້ງສາກົນ​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ທ້ຽນ​ເຍີ​ນ ປາດ​ຖະໜາ​ວ່າຈະ​ສືບ​ຕໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກບັນດາ​ອົງການ​ຈັດຕັ້ງ, ສ່ວນ​ບຸກຄົນ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໃຫ້​ແກ່​ວຽກ​ງານ​ສຳຫຼວດ, ທຳ​ລາຍ​ລູກ​ລະ​ເບີດ, ໝາກ​ໝິ່ນ​ກໍ່​ຄື​ໜູນ​ຊ່ວຍ​ບັນດາ​ຄອບຄົວ​ນັກຮົບ​ທີ່​ໄດ້​ເສຍ​ສະຫລະ​ຊີວິ​ດ​​ໃນ​ວິວັດ​ການ​ຊອກ​ຫາ, ​ເກັບ​ກູ້ທຳລາຍ​ລູກ​ລະ​ເບີດ, ໝາກ​ໝິ່ນ:

   “​ໃນ​ຈຳນວນ​ນັກຮົບ​ທີ່​ໄດ້​ເສຍສະຫຼະ​ຊີວິດ​ນັບ​ແຕ່​ປີ 1990 ມາ​ຮອດ​ປະຈຸ​ບັນ, ຍັງມີປະມານ 20 ຄອບຄົວ​ບໍ່​ທັນ​ມີ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ​. ຂ້າພະ​ເຈົ້າຮຽກຮ້ອງ​ໃຫ້​ຂະ​ແໜງ​ການ​ສຶກສາ​ຈົ່ງ​ຂົນຂວາຍ​ເພື່ອ​ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ 20 ຫຼັງ​ທີ່​ຍັງ​ເຫຼືອນີ້ໃຫ້​ແກ່​ບັນດາຄອບຄົວ​ຂອງນັກຮົບ​ທີ່​ໄດ້​ເສຍສະຫຼະ​ຊີວິດໂດຍ​ໄວ​​. ນັບ​ແຕ່​ນີ້​ເປັນຕົ້ນ​ໄປ, ຖ້າ​ມີນັກຮົບ​ຊ່າງ​ແສງຜູ້​ໜຶ່ງ​ໄດ້​ເສຍສະຫຼະ​ຊີວິດ​ໃນ​ການ​ຊອກ​ຫາ, ​ເກັບ​ກູ້ທຳລາຍ​ລູກ​ລະ​ເບີດ, ໝາກ​ໝິ່ນ, ລັດ ​ແລະ ສັງຄົມ​ຈະ​ສະຫງວນ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ​ຫຼັງ​ໜຶ່ງ​ໃຫ້​ແກ່​ຄອຍ​ຄົວນັກຮົບຊ່າງ​​ແສງຜູ້ນັ້ນ

ຂ່າວ/ບົດ​ອື່ນ