ງານ​ພົບ​ປະ​ແລກ​ປ່ຽນ​ກິ​ລາ​ມິດ​ຕ​ະ​ພາບ​ ສະ​ເຫຼີມ​ສະຫຼອງວັນ​ຊ່ຽວ​ຊານປ້ອງ​ກັນ​ຄວາມ​ສະ​ຫງົບ ຫວຽດ​ນາມ ປະ​ຈຳ ລາວ ຄົບ​ຮອບ 60 ປີ

(VOVWORLD) -ພິທີໄຂງານພົບປະແລກປ່ຽນກິລາມິດຕະພາບ ຖືກຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນວັນທີ 17 ມີນາ. 
ງານ​ພົບ​ປະ​ແລກ​ປ່ຽນ​ກິ​ລາ​ມິດ​ຕ​ະ​ພາບ​ ສະ​ເຫຼີມ​ສະຫຼອງວັນ​ຊ່ຽວ​ຊານປ້ອງ​ກັນ​ຄວາມ​ສະ​ຫງົບ ຫວຽດ​ນາມ ປະ​ຈຳ ລາວ ຄົບ​ຮອບ 60 ປີ - ảnh 1ທ່ານພົນຈັດຕະວາ ຮວ່າງກວາງເຮື໊ອງ - ຫົວໜ້າອົງການຜູ້ຕາງໜ້າກະຊວງຕຳຫຼວດ ຫວຽດນາມ ປະຈຳ ລາວ ກ່າວຄຳເຫັນທີ່ພິທີໄຂ (ພາບ: ນັກຂ່າວ VOV ປະຈຳ ລາວ)

ຕອນບ່າຍວັນທີ 17 ມີນາ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ຈັດຕັ້ງພິທີໄຂງານພົບປະແລກປ່ຽນກິລາມິດຕະພາບ ສະເຫຼີມສະຫຼອງວັນຊ່ຽວຊານປ້ອງກັນຄວາມສະຫງົບ ຫວຽດນາມ ປະຈຳ ລາວ ຄົບຮອບ 60 ປີ (22/03/1961 – 22/03/2021) ແລະ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ລາວ ຄົບຮອບ 60 ປີ (5/4/1961 – 5/4/2021).

        ງານພົບປະແລກປ່ຽນກິລາມິດຕະພາບ ແມ່ນໂອກາດເພື່ອໃຫ້ພະນັກງານ, ພາລະກອນບັນດາກະຊວງ, ຄະນະ, ຂະແໜງການຂອງ ລາວ ແລະ ພະນັກງານ, ພາລະກອນບັນດາອົງການຈັດຕັ້ງ, ອົງການຜູ້ຕາງໜ້າຫວຽດນາມ ປະຈຳ ລາວ ເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມສະໜິດຕິດພັນ, ຮັດແໜ້ນຄວາມສາມັກຄີ ແລະ ສາຍພົວພັນໄມຕີຈິດມິດຕະພາບທີ່ຍິ່ງໃຫຍ່ລະຫວ່າງສອງປະເທດເວົ້າລວມ ແລະ ປະຊາຊົນສອງປະເທດເວົ້າສະເພາະ. 

ຕອບກັບ

ຂ່າວ/ບົດ​ອື່ນ