ງານ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ຫວຽດ​ນາມ - ລາວ ຈະ​ດຳ​ເນີນ​ແຕ່​ວັນ​ທີ 23 – 25 ກັນ​ຍາ ຢູ່​ແຂວງ ດ້ຽນ​ບຽນ

(VOVWORLD) -ງານພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນລະຫວ່າງ ຫວຽດນາມ - ລາວ ຄັ້ງທີ III ຈະຈັດຂຶ້ນຢູ່ແຂວງ ດ້ຽນບຽນ ແຕ່ວັນທີ 23 – 25 ກັນຍາ. ນີ້ແມ່ນເຫດການໃຫຍ່ໃນບັນດາລາຍການເຄື່ອນໄຫວສະເຫຼີມສະຫຼອງວັນສະຖາປະນາປະເທດແຫ່ງ ສສ. ຫວຽດນາມ ຄົບຮອບ 77 ປີ; ວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ…
ງານ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ຫວຽດ​ນາມ - ລາວ ຈະ​ດຳ​ເນີນ​ແຕ່​ວັນ​ທີ 23 – 25 ກັນ​ຍາ ຢູ່​ແຂວງ ດ້ຽນ​ບຽນ - ảnh 1(ພາບປະກອບ: TTXVN)

ໃນງານພົບປະແລກປ່ຽນດັ່ງກ່າວ ຈະມີການເຂົ້າຮ່ວມຂອງຄະນະຜູ້ແທນທີ່ມາຈາກ 10 ແຂວງຂອງ ຫວຽດນາມ ທີ່ມີຊາຍແດນຕິດກັບ ລາວ ຄື: ດ້ຽນບຽນ, ກວ໋າງຈິ, ຮ່າຕິງ, ກວ໋າງບິ່ງ, ກອນຕຸມ, ເຊີນລາ, ເທື່ອທຽນເຫວ້, ແທັງຮວ໊າ, ເງະອານ, ກວ໋າງນາມ. ທາງຝ່າຍລາວ ກໍຈະມີ 10 ແຂວງມີຊາຍແດນຕິດກັບ ຫວຽດນາມ ຄື: ຫຼວງພະບາງ, ຫົວພັນ, ອັດຕະປື, ເຊກອງ, ຊຽງຂວາງ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຜົ້ງສາລີ ແລະ ໄຊສົມບູນ ເຂົ້າຮ່ວມເຫດການນີ້ເຊັ່ນດຽວກັນ.

ໃນເຫດການດັ່ງກ່າວ ຈະທຳພິທີຖະຫວາຍທູບທຽນຢູ່ ອະນຸສາວະລີທະຫານເສຍສະຫຼະຊີວິດເພື່ອຊາດຢູ່ ສະໜາມຮົບ ດ້ຽນບຽນຝູ, ໄຫວ້ອາໄລສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ… ນອກຈາກນັ້ນແລ້ວ ຍັງມີລາຍການສະແດງສິລະປະ, ແນະນຳກ່ຽວກັບງານບຸນ, ພິທີກຳທາງດ້ານວັດທະນະທຳ; ງານມະໂຫລານວັນນະຄະດີສິລະປະ ແລະ ປະກວດຊຸດອາພອນປະຈຳເຜົ່າ; ງານວາງສະແດງ, ແນະນຳ, ໂຄສະນາຜະລິດຕະພັນວັດທະນະທຳ ແລະ ການທ່ອງທ່ຽວ, ປະເທດຊາດ, ປະຊາຊົນ ແລະ ຜົນງານທາງດ້ານເສດຖະກິດ - ສັງຄົມຂອງທ້ອງຖິ່ນຕ່າງໆ; ງານວາງສະແດງວົງຄະນະຍາດບັນດາເຜົ່າສ່ວນໜ້ອຍເຂດຊາຍແດນ ຫວຽດນາມ - ລາວ; ການແຂ່ງຂັນກິລາມິດຕະພາບ.


ຕອບກັບ

ຂ່າວ/ບົດ​ອື່ນ