ງານມະໂຫລານສິລະປະບັນດາສາສະຫນາຢູ່ນະຄອນ ດາຫນັງ ປີ 2012

ງານມະໂຫລານສິລະປະບັນດາສາສະຫນາຢູ່ນະຄອນ ດາຫນັງ ປີ 2012 - ảnh 1
ງານ​ມະ​ໂຫລານ​ສິລະ​ປະ​ບັນດາ​ສາສະຫນາ ຢູ່​ນະຄອນ
ດາ​ຫນັງ ປີ 2012
ພາບ:baomoi.com


(vovword)- ງານ​ມະ​ໂຫລານ​ສິລະ​ປະ​ບັນດາ​ສາສະຫນາ ຢູ່​ນະຄອນ ດາ​ຫນັງ ປີ 2012 ຖື​ກ​ໄຂ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 21/7, ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກສະ​ແດງ​ສະໝັກ​ຫລິ້ນ 800 ກວ່າ​ຄົນ ຊຶ່ງ​ແມ່ນ​ນັກ​ບວດ, ສາສະ​ນິກະ​ຊົນ​ຂຶ້ນກັບບັນດາ​ສາສະຫນາ. ງານ​ມະ​ໂຫລານ​ສະ​ແດງ​ເຮັດໃຫ້​ຜູ້ຊົມເຫັນໄດ້​ຄວາມ​ຮັກ​ແພງ​ຕໍ່​ບ້ານ​ເກີດ​ເມືອງ​ນອນ, ຕໍ່ປະ​ເທດ​ຊາດ, ຄວາມ​ຮັກ​ແພງ​ມະນຸດ ​ແລະ ຊີວິດ ພ້ອມ​ກັບ​ບັນດາ​ຈຸດ​ລັກສະນະ​ສະ​ເພາະ​ຂອງ​ແຕ່​ລະ​ສາສະຫນາ. ງານ​ມະ​ໂຫລານ​ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ສາສະຫນາ​ຢູ່​ບໍລິ​ເວນ​ນະຄອນ ດາ​ຫນັງ ພົບ​ປະ​ແລກປ່ຽນ, ຜ່ານ​ນັ້ນ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ໃນ​ການ​ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​​ປວງ​ຊົນ​ທັງ​ຊາດ​ໃຫ້​ນັບ​ມື້​ນັບ​ໝັ້ນຄົງ. ພະ​ອາຈານ Thich Thue Vinh ຫົວຫນ້າ​ຄະນະ​ວັດທະນະທຳ​ສະມາຄົມ​ພຸດທະ​ສາສະຫນາ ນະຄອນ ດາ​ຫນັງ ​ໃຫ້​ຮູ້​ວ່າ:

          “ ງານ​ມະ​ໂຫລານແມ່ນ​ການ​ເຄື່ອນ​ໄຫວ​ໂດຍ​ບັນດາ​ການ​ນຳ, ​ແນວ​ໂຮມ​ປະ​ເທດ​ຊາດ, ຄະນະ​ພັກ​ຂອງ​ນະຄອນ ດາ​ຫນັງ ສົມທົບ​ກັນ​ຈັດ​ຕັ້ງ​ຂຶ້ນ. ນີ້​ກໍ​ແມ່ນ​ໂອກາດ​ທີ່​ດີ​ສຳລັບ​ສາສະຫນາ​ອື່ນ ຫາກບໍ່​ສະ​ເພາະ​ແຕ່ສາສະຫນາ​ພຸດ. ຜ່ານ​ການ​ເຄື່ອນ​ໄຫວ​ນີ້ ຢາກ​ໃຫ້​ເພື່ອນ​ມິດສາ​ກົນ​ຮູ້​ວ່າ: ລັດ ຫວຽດນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ຂະ​ບວນການວັ​ດ​ທະນະ​ທຳສິລະ​ປະຂອງ​ສາສະຫນາ​ຕ່າງໆ.”

ຂ່າວ/ບົດ​ອື່ນ