ງານວາງສະແດງ 40 ປີແຫ່ງໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ”

ງານວາງສະແດງ 40 ປີແຫ່ງໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” - ảnh 1
ງານ​ວາງສະ​ແດງ “40 ປີ​​ແຫ່ງໄຊຊະນະ​ຮ່າ​ໂນ້ຍ ດ້ຽນບຽນ​ຝູ ທາງ​ອາກາດ”
ພາບ:vietnamplus.vn


(vovworld) - ຕອນ​ບ່າຍ​ວັນ​ທີ 11/12, ຢູ່ ຮ່າ​ໂນ້ຍ, ​ໄດ້​ໄຂ​ງານ​ວາງສະ​ແດງ “40 ປີ​​ແຫ່ງໄຊຊະນະ​ຮ່າ​ໂນ້ຍ ດ້ຽນບຽນ​ຝູ ທາງ​ອາກາດ”. ມີ​ຮູບ​ພາບ​ເອກະສານ​ອັນ​ລ້ຳ​ຄ່າ ​ເກືອບ 100 ​ແຜ່ນ, ງານ​ວາງສ​ະ​ແດງ​ໄດ້​ແນະນຳ​ໃຫ້​ຜູ້​ຊົມ​ກ່ຽວ​ກັບຈິດ​ໃຈ​ພິລະ​ອາດ​ຫານ, ​ເຈດ​ຈຳນົງ​ກ້າ​ແກ່ນ, ບໍ່​ຍອມ​ຈຳນົນ​ຂອງ​ກອງ​ທັບ​ ແລະ ປະຊາຊົນ ນະຄອນຫລວງ ຮ່າ​ໂນ້ຍ ​​ໃນ​ການ​ທຳລາຍ​ຢ່າງ​ຮ້າຍ​ແຮງ​ຂອງ​ເຮືອບິນ ອາ​ເມ​ລິ​ກາ, ສ້າງ​ເປັນ​ຜົນງານ​ອັນ​ສະຫງ່າ​ລາສີ​ຂອງ​ຍຸກ​ສະ​ໄຫມ. ງານ​ວາງສະ​ແດງ ຍັງ​ແນະນຳ​ໃຫ້​ຜູ້​ຊົມ​​ກ່ຽວ​ກັບ​ການ​ບຸກ​ໂຈມ​ຕີດ້ວຍ​ເຮືອບິນ B 52 ຂອງ​ອາ​ເມ​ລິ​ກາ ​ແລະ ການ​ໂຕ້​ຕອບ​ຢ່າງ​ຂ້ຽວຂາດ​ຂອງ​ກອງທັບ​ ​ແລະ ປະຊາຊົນ​ນະຄອນຫລວງ ຮ່າ​ໂນ້ຍ; ການ​ບຸກ​ໂຈມ​ຕີ ​ແລະ ຈຳນວນລູກ​ລະ​ເບີດທີ່​ອາ​ເມ​ລິ​ກາ ນຳ​ໃຊ້​ເພື່ອ​ທຳລາຍ ນະຄອນຫລວງ ຮ່າ​ໂນ້ຍ ​ໃນ 12 ວັນ​ ແລະ​ ຄືນ​ເມື່ອ​ເດືອນ 12 ​ປີ 1972. ຄຽງ​ຄູ່​ກັນ​ນັ້ນ ງານ​ວາງສະ​ແດງ​ຍັງ​ແນະນຳ​ໃຫ້​ຜູ້ຊົມ​ກ່ຽວ​ກັບ​ໄຊຊະນະ​ນ ຮ່າ​ໂນ້ຍ ດ້ຽນບຽນ​ຝູ ທາງ​ອາດ​ກາດ​ດ້ວຍ​ບັນດາ​ຟີມ​ເອກະສານ​ທີ່​ມີ​ຊີວິດ​ຊີວາ. ງານ​ວາງສະ​ແດງ​ຍັງ​ແນະນຳ​ບັນດາ​ຮູບ​ພາບ​ກ່ຽວ​ກັບ ຮ່າ​ໂນ້ຍ ທຸກ​ວັນ​ນີ້ ດ້ວຍ​ການ​ພັດທະນາ​ກ່ຽວ​ກັບ​ດ້ານ​ເສດຖະກິດ, ວັດທະນະທຳ, ສັງຄົມ ພາຍຫລັງ 40 ປີ​ ​ແຫ່ງ​ວັນ​ກອງທັບ ອາ​ເມ​ລິ​ກາ ຖື້ມລະ​ເບີດ​ທຳ​ລາຍນະຄອນຫລວງ ຮ່າ​ໂນ້ຍ.

ຂ່າວ/ບົດ​ອື່ນ