ງານວາງສະແດງ “ມໍລະດົກວັດທະນະທຳ,ທ່ອງທ່ຽວທະເລໝູ່ເກາະຫວຽດນາມ”

(VOVWORLD) -ງານວາງສະແດງ “ມໍລະດົກວັດທະນະທຳ, ທ່ອງທ່ຽວທະເລໝູ່ເກາະ ຫວຽດນາມ” ຈະດຳເນີນໃນລະຫວ່າງວັນທີ 14 – 18 ມິຖຸນາ ຢູ່ນະຄອນຍາຈາງ, ແຂວງແຄ໊ງຮ່ວາ.

ງານວາງສະແດງໂດຍສູນວາງສະແດງວັດທະນະທຳສິລະປະຫວຽດນາມ ເປັນປະທານສົມທົບກັບພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວຂອງຫຼາຍແຂວງ, ນະຄອນຈັດຕັ້ງຂຶ້ນ. ງານວາງສະແດງແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນຂອງປີທ່ອງທ່ຽວຍາຈາງ, ແຄ໊ງຮ່ວາ 2019.

        ເຂດວາງສະແດງລວມ “ມໍລະດົກວັດທະນະທຳ, ທ່ອງທ່ຽວທະເລໝູ່ເກາະ ຫວຽດນາມ” ຈະໃຫ້ເຫັນຮູບພາບສັງລວມກ່ຽວກັບທະເລ, ໝູ່ເກາະຂອງຫວຽດນາມ ຜ່ານບັນດາໄລຍະປະຫວັດສາດ ດ້ວຍພາບຖ່າຍ 200 ແຜ່ນ ແນະນຳບັນດາເອກະສານ, ວັດຖຸພັນ, ແຜນທີ່ເກົ່າ, ເອກະສານພາສາຫວຽດເດີມ ກ່ຽວກັບຮ່ວາງຊາ ແລະ ເຈື່ອງຊາ ຂອງຫວຽດນາມ, ຊຸດອາພອນງານບຸນຂອງຊາວປະມົງເຂດແຄມທະເລ… ເອກະສານສະໄໝລາຊະວົງ ຫງວຽນ ມີເນື້ອໃນກ່ຽວກັບອຳນາດອະທິປະໄຕເຂດທະເລໝູ່ເກາະ ສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ; ຄວາມເອົາໃຈໃສ່, ຊີ້ນຳຂອງປະທານໂຮ່ຈິມິນ ແລະ ບັນດາການນຳພັກ ແລະ ລັດ ໃນພາລະກິດສ້າງສາ ແລະ ປົກປັກຮັກສາອຳນາດອະທິປະໄຕເຂດທະເລ, ໝູ່ເກາະ, ເຂດໄຫຼ່ທະວີບຂອງປະເທດຊາດ. ງານວາງສະແດງກໍ່ໄດ້ແນະນຳກ່ຽວກັບຈຸດຄວາມງາມທາງດ້ານວັດທະນະທຳທະເລ, ໝູ່ເກາະຫວຽດນາມ ໃນຈິດໃຈຂອງຊາດ ແລະ ເພື່ອນມິດສາກົນ ຜ່ານບັນດາພາບຖ່າຍ, ບັນດາບົດປະພັນວັນນະຄະດີ, ບົດໜັງສືພິມ, ບົດດົນຕີກ່ຽວກັບທະເລ, ໝູ່ເກາະ.

ຕອບກັບ

ຂ່າວ/ບົດ​ອື່ນ