ງານວາງສະແດງດີຈີຕອນ “ຮ່ວາງຊາ, ເຈື່ອງຊາຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ”

(VOVWORLD) -ບັນດາເອກະສານທີ່ນຳມາວາງສະແດງຢູ່ທີ່ນີ້ແມ່ນພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ ສ່ວນໜຶ່ງທີ່ເກັບມາໄດ້ທັງຢູ່ພາຍໃນ ແລະ ຕ່າງປະເທດ, ໃນນັ້ນມີທັງຢູ່ຈີນ, ອັນໄດ້ປະກອບສ່ວນພິສູດໃຫ້ເຫັນອະທິປະໄຕຂອງຫວຽດນາມ ທີ່ມີຕໍ່ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ.

ງານວາງສະແດງດີຈີຕອນ “ຮ່ວາງຊາ, ເຈື່ອງຊາຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ” - ảnh 1ໄຂງານວາງສະແດງດີຈີຕອນ “ຮ່ວາງຊາ, ເຈື່ອງຊາຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ”

(ພາບ: tienphong.vn)

ວັນທີ 22 ເມສາ, ຢູ່ໂຮງຮຽນມັດທະຍົມຕອນປາຍ ເລກຸຍດົນ, ນະຄອນທ໊າຍບິ່ງ, ພະແນກຖະແຫຼງຂ່າວ ແລະ ສື່ສານແຂວງທ໊າຍບິ່ງ ໄດ້ສົມທົບກັບກະຊວງຖະແຫຼງຂ່າວ ແລະ ສື່ສານ, ພະແນກສຶກສາ ແລະ ບຳລຸງສ້າງທ໊າຍບິ່ງ ຈັດງານວາງສະແດງດີຈີຕອນ “ຮ່ວາງຊາ, ເຈື່ອງຊາຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ແລະ ໄຂວັນບຸນປື້ມຫວຽດນາມ ປີ 2019.

        ບັນດາເອກະສານທີ່ນຳມາວາງສະແດງຢູ່ທີ່ນີ້ແມ່ນພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ ສ່ວນໜຶ່ງທີ່ເກັບມາໄດ້ທັງຢູ່ພາຍໃນ ແລະ ຕ່າງປະເທດ, ໃນນັ້ນມີທັງຢູ່ຈີນ, ອັນໄດ້ປະກອບສ່ວນພິສູດໃຫ້ເຫັນອະທິປະໄຕຂອງຫວຽດນາມ ທີ່ມີຕໍ່ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ. ງານວາງສະແດງນີ້ໄດ້ນຳໃຊ້ເຕັກໂນໂລຊີ 3 ມິຕິ ແລະ ຜູ້ຊົມຈະໄດ້ຄົ້ນຫາບັນດາເອກະສານ, ວັດຖຸພັນເໝືອນຈິງ. ງານວາງສະແດງຈະໄດ້ຮັບການຈັດຕັ້ງຢູ່ 3 ໂຮງຮຽນມັດທະຍົມຕອນປາຍໃນບໍລິເວນແຂວງທ໊າຍບິ່ງ ໃນລະຫວ່າງວັນທີ 22 – 24 ເມສາ.

ຕອບກັບ

ຂ່າວ/ບົດ​ອື່ນ