ງານວາງສະແດງພົບປະແລກປ່ຽນວິຈິດສິນທັນສະໄໝຫວຽດນາມ - ສ.ເກົາຫຼີ

(VOVWORLD) -ງານວາງສະແດງພົບປະແລກປ່ຽນວິຈິດສິນທັນສະໄໝຫວຽດນາມ - ສ.ເກົາຫຼີ ດ້ວຍຫົວຂໍ້ວ່າ “ຈຸດເວລາທີ່ດີງາມຂອງອາຊີ” ພວມດຳເນີນຢູ່ຫໍວາງສະແດງເລກທີ 45 ຖະໜົນ ຈ່າງຕ່ຽນ, ຮ່າໂນ້ຍ.

ງານວາງສະແດງພົບປະແລກປ່ຽນວິຈິດສິນທັນສະໄໝຫວຽດນາມ - ສ.ເກົາຫຼີ - ảnh 1ງານວາງສະແດງພົບປະແລກປ່ຽນວິຈິດສິນທັນສະໄໝຫວຽດນາມ - ສ.ເກົາຫຼີ

(ພາບ: hanoimoi.com.vn)

ງານວາງສະແດງໄດ້ແນະນຳເຖິງມະຫາຊົນນະຄອນຫຼວງພາບແຕ້ມສິລະປະຂອງບັນດາວິຈິດຕະກອນຫວຽດນາມ ແລະ ສ.ເກົາຫຼີ ເຊິ່ງໄດ້ແຕ້ມດ້ວຍ: ສິຂັດມັນ, ສີນ້ຳມັນ, ນ້ຳມຶກຈີນ, ນ້ຳມຶກສ.ເກົາຫຼີ, ເຈ້ຍ jangji… ໃນບັນດາພາບແຕ້ມ, ບັນດານັກຈິດຕະກອນໄດ້ແນະນຳບັນດາຈຸດທີ່ເປັນເອກະລັກສະເພາະຂອງ 2 ພື້ນຖານວິຈິດສິນຫວຽດນາມ ແລະ ສ.ເກົາຫຼີ ທີ່ຊ່ອງແຊງຊີວິດດ້ວຍຫຼາຍວິທີແຕກຕ່າງກັນ. ງານວາງສະແດງໄດ້ຊ່ວຍໃຫ້ມະຫາຊົນຫວຽດນາມ ມີໂອກາດຮັບຊົມວິທີແຕ້ມຮູບຂອງບັນດານັກວິຈິດຕະກອນຂອງ 2 ປະເທດ, ມີຄວາມເຂົ້າໃຈກ່ຽວກັບສິລະປະຂອງທັງຫວຽດນາມ ແລະ ສ.ເກົາຫຼີ ຕື່ມອີກ. ນີ້ກໍ່ແມ່ນໂອກາດເພື່ອເພີ່ມທະວີນ້ຳໃຈມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ 2 ປະເທດຫວຽດນາມ - ສ.ເກົາຫຼີ. ງານວາງສະແດງຈະດຳເນີນຮອດວັນທີ 10 ກຸມພາ ຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ