ງານວາງສະແດງຮູບຖ່າຍ “ເມັກຊີໂກ - ຫວຽດນາມ: ບ່ອນເຕົ້າໂຮມບັນດາສາຍຕາ”

(VOVWORLD) -   ງານວາງສະແດງຮູບຖ່າຍ “ເມັກຊີໂກ - ຫວຽດນາມ: ບ່ອນເຕົ້າໂຮມບັນດາສາຍຕາ” ຈະດໍາເນີນໃນລະຫວ່າງວັນທີ 25 ກັນຍາ ຫາວັນທີ 25 ຕຸລາ ຢູ່ຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມ.
ງານວາງສະແດງຮູບຖ່າຍ “ເມັກຊີໂກ - ຫວຽດນາມ: ບ່ອນເຕົ້າໂຮມບັນດາສາຍຕາ” - ảnh 1ຮູບຖ່າຍຈໍານວນໜຶ່ງທີ່ຈະໄດ້ວາງສະແດງໃນງານວາງສະແດງ (ພາບ: petrotimes.vn )

  ງານວາງສະແດງ ໂດຍສະຖານທູດເມັກຊີໂກປະຈໍາຫວຽດນາມ ແລະ ຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມ ຈັດຕັ້ງຂຶ້ນ. ນີ້ແມ່ນເຫດການເພື່ອສະເຫຼີມສະຫຼອງວັນຊາດ ເມັກຊີໂກ ຄົບຮອບ 209 ປີ (16/9/1810 – 16/9/2019), ແລະ ວັນຊາດຫວຽດນາມ ຄົບຮອບ 74 ປີ (2/9/1945 – 2/9/2019).

        ງານວາງສະແດງຈະແນະນໍາເຖິງມະຫາຊົນ ຮູບຖ່າຍ 72 ແຜ່ນ ຂອງນັກຖ່າຍຮູບ ເມັກຊີໂກ 3 ຄົນ ແລະ ນັກຖ່າຍຮູບຫວຽດນາມ 3 ຄົນ ເຊິ່ງຈະເປັນການຊ່ວຍໃຫ້ມະຫາຊົນຮັບຮູ້ໄດ້ເຖິງຄວາມສວຍງາມຂອງທິວທັດທໍາມະຊາດ, ປະຊາຊົນ ແລະ ບັນດາເອກະລັກວັດທະນະທໍາຂອງສອງປະເທດ ຫວຽດນາມ ແລະ ເມັກຊີໂກ ກໍຄື ການພົວພັນສະໜິດແໜ້ນ ແລະ ມິດຕະພາບລະຫວ່າງສອງປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ