ງານວາງສະແດງຮູບຖ່າຍກ່ຽວກັບຜູ້ປະສົບເຄາະຮ້າຍຈາກສົງຄາມຢູ່ ຍີ່ປຸ່ນ ແລະ ຫວຽດນາມ

(VOVWORLD) - ງານວາງສະແດງໄດ້ວາງສະແດງຮູບສີ, ຮູບຂາວດຳວເກືອບ 50 ແຜ່ນທີ່ມີເນື້ອໃນສ່ອງແສງເຖິງບັນດາຄວາມເສຍຫາຍອັນໃຫຍ່ຫລວງ, ຜົນຮ້າຍຕ່າງໆ ເຊິ່ງບັນດາຜູ້ປະສົບເຄາະຮ້າຍຂອງສົງຄາມຢູ່ ຫວຽດນາມ ແລະ ຍີ່ປຸ່ນຕ້ອງທົນທຸກເປັນເວລາດົນນານ. 

ວັນທີ 21 ພະຈິກ, ທີ່ນະຄອນ ໂຮ່ຈີມິນ, ສະຫະສະມາຄົມບັນດາອົງການມິດຕະພາບ ຫວຽດນາມ ພ້ອມກັບຄະນະກຳມະການສັນຕິພາບ ຫວຽດນາມ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ / ດີໂອຊິນ ຫວຽດນາມ, ສະພາ ຍີ່ປຸ່ນ ຕ້ານລະເບີດປະລະມານູ ແລະ ອາຍຮີໂດຣແຊນ (Gensuikyo), ຫໍພິພິທະພັນວັດຖຸສິ່ງຂອງທີ່ເປັນພະຍານຫຼັກຖານສົງຄາມ ໄດ້ຈັດຕັ້ງງານວາງສະແດງ “ຮູບຖ່າຍກ່ຽວກັບຜູ້ປະສົບເຄາະຮ້າຍຈາກສົງຄາມຢູ່ ຍີ່ປຸ່ນ ແລະ ຫວຽດນາມ”.

ງານວາງສະແດງຮູບຖ່າຍກ່ຽວກັບຜູ້ປະສົບເຄາະຮ້າຍຈາກສົງຄາມຢູ່ ຍີ່ປຸ່ນ ແລະ ຫວຽດນາມ - ảnh 1 ງານວາງສະແດງຮູບຖ່າຍກ່ຽວກັບຜູ້ປະສົບເຄາະຮ້າຍຈາກສົງຄາມຢູ່ ຍີ່ປຸ່ນ ແລະ ຫວຽດນາມ (ພາບ: TTXVN)

        ງານວາງສະແດງໄດ້ວາງສະແດງຮູບສີ, ຮູບຂາວດຳວເກືອບ 50 ແຜ່ນທີ່ມີເນື້ອໃນສ່ອງແສງເຖິງບັນດາຄວາມເສຍຫາຍອັນໃຫຍ່ຫລວງ, ຜົນຮ້າຍຕ່າງໆ ເຊິ່ງບັນດາຜູ້ປະສົບເຄາະຮ້າຍຂອງສົງຄາມຢູ່ ຫວຽດນາມ ແລະ ຍີ່ປຸ່ນຕ້ອງທົນທຸກເປັນເວລາດົນນານ. ບັນດາພາບຖ່າຍກໍ່ສະແດງໃຫ້ເຫັນບັນດາພະຍານຫຼັກຖານກ່ຽວກັບໂທດກຳຢ່າງຈະແຈ້ງ ເຊິ່ງສົງຄາມໄດ້ກໍ່ຂຶ້ນຕໍ່ປະຊາຊົນຢູ່ ຍີ່ປຸ່ນ ແລະ ຫວຽດນາມ.

        ງານວາງສະແດງຈະດຳເນີນໄປຮອດວັນທີ 24 ພະຈິກ ຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ