ງານແຂ່ງຂັນກິລາປະເພດແຂ່ງລົດຖີບ ນາມກີ່ເຂີ໋ຍເຫງ໊ຍ ຄັ້ງທໍາອິດ ທີ່ແລ່ນຜ່ານນະຄອນຫຼວງພະນົມເປັນ, ກໍາປູເຈຍ

(VOVWORLD) ຕອນເຊົ້າວັນທີ 23 ຕຸລາ, ຢູ່ນະຄອນຫຼວງ ພະນົມເປັນ, ແຫ່ງລາຊະອານາຈັກກໍາປູເຈຍ ໄດ້ດໍເນີນພິທີມອບລາງວັນ ໄລຍະທາງທີ 2 ແລະ ເລີ່ມແຂ່ງລົດຖີບໄລຍະທາງທີ 3 ຂອງງານແຂ່່ງລົດຖີບ ນາມກີ່ເຂີ໋ຍເຫງ໊ຍ  ເພື່ອຊີງຂັນຂອງວິທະຍຸກະຈາຍສຽງ VOH ແລ່ນຜ່ານ 3 ປະເທດອິນດູຈີນ ຫວຽດນາມ - ກໍາປູເຈຍ - ລາວ.-
ງານແຂ່ງຂັນກິລາປະເພດແຂ່ງລົດຖີບ ນາມກີ່ເຂີ໋ຍເຫງ໊ຍ ຄັ້ງທໍາອິດ ທີ່ແລ່ນຜ່ານນະຄອນຫຼວງພະນົມເປັນ, ກໍາປູເຈຍ - ảnh 1ງານແຂ່ງຂັນກິລາປະເພດແຂ່ງລົດຖີບ ນາມກີ່ເຂີ໋ຍເຫງ໊ຍ ຄັ້ງທໍາອິດ ທີ່ແລ່ນຜ່ານນະຄອນຫຼວງພະນົມເປັນ, ກໍາປູເຈຍ (ພາບ: ນັັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ ກໍາປູເຈຍ) 

        ໂດຍຜ່ານການຈັດຕັ້ງມາເປັນເວລາ 22 ຄັ້ງ; ນີ້ແມ່ນຄັ້ງທໍາອິດໃນປະຫວັດສາດ ເຊິ່ງງານແຂ່ງລົບຖີບ ນາມກີ່ເຂີ໋ຍເຫງ໊ຍ ມີໄລຍະທາງຜ່ານນະຄອນຫຼວງພະນົມເປັນ, ປະເທດ ກໍາປູເຈຍ ແລະ ໄດ້ຮັບຄວາມສົນໃຈ, ໃຫ້ກໍາລັງໃຈ ແລະ ການຕ້ອນຮັບຢ່່າງອົບອຸ່ນຈາກອໍານາດການປົກຄອງ ແລະ ປະຊາຊົນປະຈໍາຖີ່ນ. ນີ້ແມ່ນປີທີ 2 ຢ່າງລຽນຕິດທີ່ຈັດງານແຂ່ງຖີບລົດຖີບຂ້າມອິນດູຈີນ.

        ກ່າວຄໍາເຫັນນະທີ່ນີ້, ທ່ານ Mom Veasna, ຫົວໜ້າພະແນກທ່ອງທ່ຽວ ນະຄອນຫຼວງ ພະນົມເປັນ, ຢັ້ງຢືນວ່າ:

        “ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນ ເມື່ອຈັດງານແຂ່ງລົດຖີບຢູ່ພະນົມເປັນ. ງານແຂ່ງຂັນນີ້ ໄດ້ສະແດງໃຫ້ເຫັນສາຍພົວພັນໄມຕີຈິດມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ 3 ປະເທດບ້ານໃກ້ເຮືອນຄຽງ ຫວຽດນາມ - ລາວ - ກໍາປູເຈຍ. ອໍານາດການປົກຄອງນະຄອນຫຼວງພະນົມເປັນ ຈະພະຍາຍາມໜູນຊ່ວຍບັນດາຄະນະນັກກິລາແຂ່ງຂັນໃຫ້ປະສົບຜົນສໍາເລັດ. ຂ້າພະເຈົ້າ ກໍຫວັງວ່າ ການແຂ່ງລົດຖີບຄັ້ງນີ້ ຈະສືບຕໍ່ຖືກຈັດຂຶ້ນໃນຊຸມປີຕໍ່ໄປ”.

        ງານແຂ່ງຂັນກິລາປະເພດແຂ່ງລົດຖີບ ນາມກີ່ເຂີ໊ຍເຫງ໊ຍ ປີ 2018 ລວມມີ 8 ໄລຍະທາງ ດ້ວຍຄວາມຍາທັງໝົດເກືອບ 1.000 ກິໂລແມັດ ເຊິ່ງໄດ້ເລີ່ມແຕ່ນະຄອນໂຮ່ຈີມິນຜ່ານສະຖານທີ່ປະຫວັດສາດຂອງ ທັງ 3 ປະທເທດ ອິນດູຈີນ ແລະ ຈະປິດລົງຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ.

ຕອບກັບ

ຂ່າວ/ບົດ​ອື່ນ