ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງໃນໂອກາດວັນຄ້ານວັນເກີດປະທານ ໂຮ່ຈີມິນ

ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງໃນໂອກາດວັນຄ້ານວັນເກີດປະທານ ໂຮ່ຈີມິນ - ảnh 1
ປະທານ ໂຮ່ຈີມິນ ມອບຂອງຂວັນໃຫ້ແມ່ເຖົ້າຊາວຊົນເຜົ່າສ່ວນໜ້ອຍຄົນໜຶ່ງ ເມື່ອປີ 1958
(ພາບ: Petrotimes)

(vovworld) – ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 123 ປີ​ ແຫ່ງວັນ​ຄ້ານ​ວັນ​ເກີດ​ປະທານ​ ​ໂຮ່ຈີ​ມິນ (19/5/1890 – 19/5/2013) ​ແລະ 102 ປີ ​ແຫ່ງ​ວັນ​ປະທານ ​ໂຮ່ຈີ​ມິນ ອອກ​ເດີນທາງ​ໄປ​ຊອກ​ຫາ​ເສັ້ນທາງ​ກູ້​ຊາດ (5/6/1911 – 5/6/2013), ຫໍພິພິດທະພັນ ​ໂຮ່ຈີ​ມິນ, ສາຂາ​ນະຄອນ ​ໂຮ່ຈີ​ມິນ, ຫາ​ກໍ່​ໄຂ​ງານ​ວາງສະ​ແດງ ”​ປະທານ ໂຮ່ຈີ​ມິນ ກັບ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຫວຽດນາມ”. ງານ​ວາງສະ​ແດງ​​ໄດ້ແນະນຳ​ເອກະສານ ​ແລະ ຮູບ​ພາບ​ຂະໜາດ​ໃຫຍ່​ຄື: ລຸງ​ໂຮ່ມອບ​ຂອງຂວັນ​ໃຫ້​ຜູ້​ເຖົ້າ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ບໍ່ ອາ​ປາ​ຕິດ, ​ແຂວງລາວ​ກາຍ (ປີ 1958); ປະທານ ​ໂຮ່ຈີ​ມິນ​ລົງ​ຢ້ຽມຢາມ​ປະຊາຊົນ​ຢູ່​ເຂດ​ພູດ​ອຍ ປັກ​ປໍ, ​ແຂວງ ກາວ​ບັ່ງ (ປີ 1961). ງານ​ວາງສະ​ແດງ​ຄັ້ງ​ນີ້ ສະ​ແດງ​ອາລົມ​ຈິດ​ອັນ​ເລິກ​ເຊິ່ງຂອງ​ປະທານ ​ໂຮ່ຈີ​ມິນ ທີ່​ມີ​ຕໍ່​ຊາວ​ຊົນ​ເຜົ່າ, ​ແລະ​ ​ແນວ​ຄິດ​ມະຫາ​ສາມັກຄີ​ປະຊາຊົນ​ທັງ​ຊາດ​ຂອງ​ປະທານ ​ໂຮ່ຈີ​ມິນ ​ໃນ​ພາລະກິດ​ປະຕິວັດ​ປົດ​ປ່ອຍ​ຊາດ. ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ​ແລະ ສ້າງສາ​ປະ​ເທດ​ຊາດ. ທ່ານ​ນາງ ຫງວຽນ​ທິຮວາ​ຊິງ, ຜູ້ອຳນວຍການ​ຫໍພິພິດທະພັນ ​ໂຮ່ຈີ​ມິນ ສາຂາ​ນະຄອນ ​ໂຮ່ຈີ​ມິນ, ​ໃຫ້​ຮູ້​ວ່າ:

        “​ໃນ​ໄລຍະ​ຈະ​ມາ​ເຖິງ, ພວກ​ຂ້າພະ​ເຈົ້າ​ຈະ​ສືບ​ຕໍ່​ວາງສະ​ແດງ ​ແລະ ປະກອບ​ອຸປະກອນ​ທີ່​ທັນ​ສະ​ໄໝ​ຄື​ຮູບ​ພາບ​ເໜັງ ​ແລະ ຈໍ​ສຳ​ພັດ ​ເຂົ້າ​ໃນ​ການ​ວາງສະ​ແດງ. ພວກ​ຂ້າພະ​ເຈົ້າ​ກໍ່ຈະ​ສືບ​ຕໍ່​ຈັດ​ຕັ້ງ​ຫ້ອງ​ວາງສະ​ແດງ​ສະ​ເພາະ​ຫົວ​ເລື່ອງ​ກ່ຽວ​ກັບ​ອາລົມ​ຈິດ​ຂອງ​ປະທານ ​ໂຮ່ຈີ​ມິນ ທີ່​ມີ​ຕໍ່​ພາກ​ໃຕ້ ​ແລະ ພາກ​ໃຕ້​ກັບ​ປະທານ ​ໂຮ່ຈີ​ມິນ, ​ເພື່ອ​ຕອບ​ສະໜອງ​ອາລົມ​ຈິດ​ຂອງ​ຊາວ​ພາກ​ໃຕ້​ທີ່​ມີ​ຕໍ່​ປະທານ ​ໂຮ່ຈີ​ມິນ

ຂ່າວ/ບົດ​ອື່ນ