ຈັດ​ສົ່ງ​ພົນ​ລະ​ເມືອງ​ ຫວຽດ​ນາມ ອາ​ໄສ​ ຢູ່ ກາ​ນາ​ດາ ແລະ ສ.ເກົາຫຼີ ກັບ​ເມືອ​ປະ​ເທດ

(VOVWORLD) -ພົນລະເມືອງ ຫວຽດນາມ ກວ່າ 350 ຄົນ ກັບເມືອປະເທດຢ່າງປອດໄພ.
ຈັດ​ສົ່ງ​ພົນ​ລະ​ເມືອງ​ ຫວຽດ​ນາມ ອາ​ໄສ​ ຢູ່ ກາ​ນາ​ດາ ແລະ ສ.ເກົາຫຼີ ກັບ​ເມືອ​ປະ​ເທດ - ảnh 1 ພົນລະເມືອງ ຫວຽດນາມ ກວ່າ 350 ຄົນ ກັບເມືອປະເທດຢ່າງປອດໄພ (ພາບ: VOV5)

ໃນລະຫວ່າງວັນທີ 23 – 24 ຕຸລາ ຜ່ານມາ, ບັນດາອົງການມີໜ້າທີ່ຮັບຜິດຊອບຂອງ ຫວຽດນາມ, ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ການາດາ ແລະ ສ.ເກົາຫຼີ, ບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບບັນດາອົງການມີໜ້າທີ່ຮັບຜິດຊອບຂອງປະເທດປະຈຳຖິ່ນ ໄດ້ຈັດເຮືອບິນສົ່ງພົນລະເມືອງ ຫວຽດນາມ ກວ່າ 350 ຄົນ ກັບເມືອປະເທດຢ່າງປອດໄພ. ຜູ້ໂດຍສານໃນຖ້ຽວບິນດັ່ງກ່າວ ລວມມີເດັກນ້ອຍອາຍຸຕ່ຳກວ່າ 18 ປີ, ຜູ້ມີອາຍຸສູງ, ຄົນເຈັບໜັກ ແລະ ນັກສຶກສາ ທີ່ສຳເລັດຊຸດຮຽນແລ້ວ ແຕ່ປະສົບຄວາມຫຍຸ້ງຍາກກ່ຽວກັບບ່ອນພັກອາໄສ, ຊາວຜູ້ອອກແຮງງານທີ່ມີວີຊາໝົດອາຍຸ ແລະ ສິ້ນສຸດສັນຍາແຮງງານ ແລະ ບັນດາກໍລະນີທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດອື່ນໆ. ພາຍຫຼັງລົງຈອດຢູ່ສະໜາມບິນ ເວິນໂດນ, ບັນດາຜູ້ໂດຍສານໃນຖ້ຽວບິນດັ່ງກ່າວທັງໝົດ ກໍໄດ້ປະຕິບັດການແຍກຕົວ ແລະ ກວດສຸຂະພາບຕາມຂໍ້ກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ