ຈຸດໃໝ່ໃນການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2020”

(VOVWORLD) -

ທ່ານຜູ້ຟັງຜູ້ອ່ານທີ່ເຄົາລົບ!  ການເສັງເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2020 ຈະມີຈຸດໃໝ່, ພວກຂ້າພະເຈົ້າກໍ່ໄດ້ເພີ່ມເຕີມລາງວັນໃຫ້ແກ່ທ່ານຜູ້ຟັງທີ່ມີພາກແບ່ງປັນປະທັບໃຈກ່ຽວກັບຜົນສຳເລັດຂອງ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຕື່ມອີກ 1 ລາງວັນ ຫຼື ທ່ານຜູ້ຟັງມີ 1 slogan/ສານ ທີ່ເປັນເອກະລັກ, ຈັບໃຈ, ປະກອບສ່ວນໂຄສະນາຜົນສຳເລັດຂອງ ຫວຽດນາມ ກ່ຽວກັບໂລກລະບາດນີ້. ດັ່ງນັ້ນ, ຖ້າໄດ້ສົ່ງບົດມາຍັງລາຍການຂອງພວກຂ້າພະເຈົ້າແລ້ວ, ທ່ານຜູ້ຟັງຜູ້ອ່ານກໍ່ສາມາດສົ່ງເນື້ອໃນເພີ່ມເຕີມມາຕື່ມອີກ ເພື່ອມີໂອກາດໄດ້ຮັບລາງວັນດັ່ງກ່າວ.

        ຄະນະຈັດຕັ້ງຫວັງວ່າ ຈະສືບຕໍ່ໄດ້ຮັບບົດເຂົ້າຮ່ວມການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ ປີ 2020” ກໍ່ຄືຄວາມເຫັນປະກອບຂອງທ່ານຜູ້ຟັງ. ຂໍອວຍພອນໃຫ້ທ່ານຜູ້ຟັງປະສົບຜົນສຳເລັດໃນການເຂົ້າຮ່ວມການເສັງ ແລະ ໂຊກດີໄດ້ຮັບລາງວັນທີ່ຈັບໃຈນີ້ຈາກຄະນະຈັດຕັ້ງ./.

ຕອບກັບ

ຂ່າວ/ບົດ​ອື່ນ