ຈຸດໝາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມແມ່ນປົກປັກຮັກສາອະທິປະໄຕທະເລ,ໝູ່ເກາະ
ທ່ານປະທານປະເທດ ເຈືອງເຕີນຊາງ ລົງຢ້ຽມຢາມກຳລັງຕຳຫຼວດທະເລ, ກຳລັງກວດການການປະມົງ ຫວຽດນາມ
(vovworld) – ຈຸດໝາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນປົກປັກຮັກສາອະທິປະໄຕທະເລ,ໝູ່ເກາະ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ເນັ້ນໜັກສິ່ງດັ່ງກ່າວເມື່ອລົງຢ້ຽມຢາມກຳລັງຕຳຫຼວດທະເລ, ກຳລັງກວດການການປະມົງ ຫວຽດນາມ ໃນຕອນເຊົ້າວັນທີ 1/7 ຢູ່ຮ່າໂນ້ຍ. ທ່ານປະທານປະເທດ ໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງບັນດາການເຄື່ອນໄຫວຂອງກຳລັງຕຳຫຼວດທະເລ ແລະ ກຳລັງກວດກາການປະມົງ ຫວຽດນາມ ໃນ 2 ເດືອນຜ່ານມາມີຄວາມມານະພະຍາຍາມຜ່ານຜ່າທຸກໆຄວາມລຳບາກກາດກຳຫຼາຍຢ່າງເພື່ອປະຕິບັດສຳເລັດທຸກໆໜ້າທີ່. ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ: ກຳລັງປະຕິບັດກົດໝາຍບົນທະເລ, ກຳລັງຕຳຫຼວດທະເລ ແລະ ກຳລັງກວດກາການປະມົງບໍ່ພຽງແຕ່ປະຕິບັດໜ້າທີ່ປົກປ້ອງຊາວປະມົງຕິດພັນກັບທະເລ, ປົກປ້ອງການເຄື່ອນໄຫວເສດຖະກິດ, ສຳຫຼວດນ້ຳມັນອາຍແກຼດຢູ່ທະເລ, ຕ້ານການຂາຍເຖື່ອນໃນທະເລເປັນຢ່າງດີເທົ່ານັ້ນ ຫາກໃນເກືອບ 2 ເດືອນຜ່ານມາ, ໄດ້ຢືດໝັ້ນ, ເດັດດ່ຽວໃນການຕໍ່ສູ້ບັງຄັບໃຫ້ ຈີນ ຖອນຮ້ານເຈາະນ້ຳມັນໄຮຢາງ 981 ອອກຈາກເຂດທະເລ ຫວຽດນາມ. ທ່ານປະທານປະເທດ ເອົາໃຈໃສ່ວ່າ: ນີ້ແມ່ນວຽກງານໜັກໜ່ວງທີ່ສຸດ ແລະ ມີລັກສະນະສັບສົນ, ຍາວນານ, ດັ່ງນັ້ນ, ບັນດາກຳລັງຕ້ອງເປັນເຈົ້າການກະກຽມທຸກໆວິທີການເພື່ອປະຕິບັດສຳເລັດໜ້າທີ່. ທ່ານປະທານປະເທດ ເຈືອງເຕີນຊາງ ຢັ້ງຢືນວ່າພັກ ແລະ ລັດ ຍາມໃດກໍ່ສ້າງເງື່ອນໄຂອຳນວຍຄວາມສະດວກທີ່ສຸດເພື່ອໃຫ້ກຳລັງປະຕິບັດກົດໝາຍບົນທະເລປະຕິບັດໜ້າທີ່ສຳເລັດຜົນ. ທ່ານກ່າວວ່າ:
“ຈີນຍາມໃດກໍ່ໂຄສະນາວ່າກຳ່ປັ່ນຫວຽດນາມຕຳ່ໃສ່ກຳ່ປັ່ນຂອງຈີນ, ເປັນຫຍັງເຂົາເຈົ້າບໍ່ເຂົ້າໃຈໄດ້ວ່າກຳ່ປັ່ນຂອງຫວຽດນາມນ້ອຍກວ່າ, ກຳລັງແຮງນ້ອຍກວ່າ, ເຮັດແນວໃດຈຶ່ງຕຳ່ໃສ່ກຳ່ປັ່ນຂອງຈີນໄດ້. ກຳ່ປັ່ນຂອງຫວຽດນາມກໍ່ບໍ່ເຄີຍສິດນຳ້ດ້ວຍທໍ່ສີດນຳ້ຂະໜາດໃຫຍ່ໃສ່ກຳ່ປັ່ນຂອງຈີນເທື່ອ, ໃນຂະນະນັ້ນກຳ່ປັ່ນຂອງຈີນຍາມໃດກໍ່ຖືເບົາຊີວິດອີນຊີຂອງກຳລັງປະຕິບັດກົດໝາຍບົນທະເລ ແລະ ຊາວປະມົງຫວຽດນາມ. ຂ້າພະເຈົ້າຫວັງວ່າປະຊາຊົນຈີນຈະເຂົ້າໃຈຄວາມຈິງດັ່ງກ່າວ. ປະຊາຊົນຫວຽດນາມຮັກຫອມສັນຕິພາບ, ລະງັບໃຈ… ກໍ່ເພື່ອສັນຕິພາບ, ຄວາມປອດໄພໃນການເດີນທະເລ ຢູ່ເຂດທະເລຕາເວັນອອກນີ້. ຂ້າພະເຈົ້າຂໍຢືນຢັນຈຸດໝາຍທີ່ບໍ່ປ່ຽນແປງຂອງຫວຽດນາມແມ່ນປົກປັກຮັກສາອະທິປະໄຕທະເລຂອງຕົນ“