ຈີນ ພວມລະເມີດກົດໝາຍສາກົນຢູ່ທະເລຕາເວັນອອກ

(VOVWORLD) -  ເລື່ອງ ຈີນ ບໍ່ຫົວຊາສ້າງຕັ້ງອັນທີ່ເອີ້ນວ່າແມ່ນ “ເຂດຊີຊາ” ແລະ “ເຂດໜານຊາ” ໄດ້ລະເມີດກົດບັດສະຫະປະຊາຊາດ ແລະ UNCLOS 1982 ຢ່າງຮຸນແຮງ. 
ຈີນ ພວມລະເມີດກົດໝາຍສາກົນຢູ່ທະເລຕາເວັນອອກ - ảnh 1 ທ່ານ James Kraska, ສາດສະດາຈານກົດໝາຍການເດີນເຮືອສາກົນ ຢູ່ມະຫາວິທະຍາໄລບັ້ນຮົບທາງທະເລ ອາເມລິກາ

ນີ້ແມ່ນຂໍ້ສັງເກດໂດຍທ່ານ James Kraska, ສາດສະດາຈານກົດໝາຍການເດີນເຮືອສາກົນ ຢູ່ມະຫາວິທະຍາໄລບັ້ນຮົບທາງທະເລ ອາເມລິກາ ຍົກອອກມາໃນການສຳພາດຕໍ່ນັກຂ່າວ VOV ໃນໄລຍະມໍ່ໆມານີ້. ທ່ານ James Kraska ເນັ້ນໜັກວ່າ:

ອັນທີ່ເອີ້ນວ່າແມ່ນເຂດຊີຊາ ແລະ ເຂດໜານຊາ ເຊິ່ງ ຈີນ ຖະແຫຼງສ້າງຕັ້ງຢູ່ເຂດທະເລຂຶ້ນກັບອະທິປະໄຕຂອງ ຫວຽດນາມ ໂດຍບໍ່ຫົວຊາ ນັ້ນແມ່ນການກະທຳກໍ່ຄວາມຂາດສະຖຽນລະພາບໃນພາກພື້ນຢ່າງຮຸນແຮງ ຍ້ອນມັນລະເມີດກົດບັດສະຫະປະຊາຊາດ ລະເມີດເຂດນ້ຳແດນດິນ, ສິດອະທິປະໄຕ ແລະ ຄວາມເອກະລາດກ່ຽວກັບດ້ານການເມືອງຂອງປະເທດອື່ນ. ອັນທີ່ເອີ້ນວ່າເຂດຊີຊາ ແລະ ເຂດໜານຊາ ຂອງ ຈີນ ຍັງໄດ້ລະເມີດບັນດາມາດຕາຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ຕື່ມອີກ.

       ຕາມທ່ານ James Kraska ແລ້ວ, ການກະທຳດັ່ງກ່າວຂອງ ຈີນ ຍັງໄດ້ລະເມີດມາດຕາ 87 ແລະ 58 ຂອງ UNCLOS, ໃນນັ້ນ ຢັ້ງຢືນສິດເສລີໃນການເດີນເຮືອ ແລະ ການບິນໃນພາກພື້ນ. ສະນັ້ນ, ບັນດາການກະທຳຜິດພາດຂອງ ຈີນ ຄວນມີການຄັດຄ້ານຢ່າງແຮງກ່ວາອີກ ຈາກປະຊາຄົມສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ